ວົງການຕ່າງໆຂອງອາເມຣິກາສົ່ງສຽງຢ່າງຈິງໃຈ ແລະ ກວ້າງຂວາງໂດຍຮຽກຮ້ອງໃຫ້ຮັກສາການພົວພັນລະຫວ່າງຈີນ ກັບ ອາເມຣິກາໃຫ້ມີຄວາມໝັ້ນຄົງ ພ້ອມທັງໃຫ້ຈີນ ແລະ ອາເມຣິກາຮ່ວມກັນແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່

2023-12-01 10:24:30 CRI

 

    ວັນທີ 30 ພະຈິກແລ້ວນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ຄັງປັນຍາ ແລະ ອົງການຈັດຕັ້ງມະຫາຊົນຂອງອາເມຣິກາ 34 ແຫ່ງໄດ້ຮ່ວມກັນສົ່ງສານໄປຍັງປະມຸກລັດສອງປະເທດຈີນ ແລະ ອາເມຣິກາ ໂດຍຮຽກຮ້ອງໃຫ້ຈີນ ແລະ ອາເມຣິກາພ້ອມກັນສຸມໃສ່ຫຼຸດຜ່ອນຂໍ້ຂັດແຍ້ງຮ້າຍແຮງໃນການພົວພັນລະຫວ່າງສອງປະເທດຢ່າງຕໍ່ເນື່ອງ ແລະ ເພີ່ມທະວີການຮ່ວມມືໃນບັນຫາກ່ຽວກັບການປົກປັກຮັກສາໜ່ວຍໂລກ ພ້ອມທັງສ້າງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ກັບໂລກ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


    ທ່ານວ່າງເວີນປິ່ນຕອບວ່າ: ຄັງປັນຍາ ແລະ ອົງການຈັດຕັ້ງມະຫາຊົນຂອງອາເມຣິກາ34 ແຫ່ງສົ່ງສານໄປຍັງປະມຸກລັດຈີນ ແລະ ອາເມຣິກາໄດ້ສ່ອງແສງໃຫ້ເຫັນວ່າ:ວົງການຕ່າງໆຂອງອາເມຣິກາສົ່ງສຽງຢ່າງຈິງໃຈ ແລະ ກວ້າງຂວາງໂດຍຮຽກຮ້ອງໃຫ້ຮັກສາການພົວພັນລະຫວ່າງຈີນ ກັບ ອາເມຣິກາໃຫ້ມີຄວາມໝັ້ນຄົງ ພ້ອມທັງໃຫ້ຈີນ ແລະ ອາເມຣິກາຮ່ວມກັນແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່.