ທະຫານອິດສະຣາແອນຫຼອນໂຈມຕີເມືອງຄານໂຢນີສທີ່ພາກໃຕ້ເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຫຼາຍສິບຄົນ

2023-12-02 13:09:08 cri


   ຕາມຂ່າວສານປາແລັດສະຕີນລາຍງານໃນວັນທີ 2 ທັນວານີ້ວ່າ: ກອງທະຫານອິດສະຣາແອນໄດ້ຫຼອນໂຈມຕີເມືອງຄານໂຢນີສທີ່ພາກໃຕ້ເຂດກາຊາໃນຕອນກາງຄືນວັນທີ 1 ທັນວານີ້, ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຫຼາຍສິບຄົນ.

   ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ນັບແຕ່ທະຫານອິດສະຣາແອນຟື້ນຟູການເຄື່ອນໄຫວທາງການທະຫານຕໍ່ເຂດກາຊາໃນວັນທີ 1 ທັນວາເປັນຕົ້ນມາ, ໄດ້ເຮັດໃຫ້ຊາວປາແລັດສະຕີນເສຍຊີວິດ 190 ຄົນ, ບາດເຈັບຫຼາຍກວ່າ 600 ຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ.