ທ່ານ ຕີ່ງເຊ່ຊຽງ ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳຕໍ່ດິນຟ້າອາກາດໂລກແລະກ່າວຄຳປາໄສ

2023-12-02 22:28:57 CRI

 

    ລະຫວ່າງວັນທີ 30 ພະຈິກແລ້ວນີ້ ຫາວັນທີ 1 ທັນວານີ້, ທ່ານ ຕີ່ງເຊ່ຊຽງ ຜູູ້ຕາງໜ້າພິເສດຂອງທ່ານປະທານສີຈິ້ນຜິງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການເຄື່ອນໄຫວດິນຟ້າອາກາດໂລກທີ່ຈັດຂຶ້ນຢູ່ນະຄອນດູບາຍຂອງປະເທດອາຣັບເອມີເຣດ ແລະ ກ່າວຄຳປາໄສ.

    ທ່ານ ຕີ່ງເຊ່ຊຽງ ກ່າວວ່າ: ຈີນໄດ້ອອກແຮງຊຸກຍູ້ການພັດທະນາແບບສີຂຽວ,ການປະຕິວັດດ້ານພະລັງງານ ແລະ ການຮ່ວມມືສາກົນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະໜັບສະໜູນປະເທດພວມພັດທະນາທັງຫຼາຍຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

    ທ່ານ ຕີ່ງເຊ່ຊຽງ ເນັ້ນໜັກວ່າ: ໂດຍຜະເຊີນໜ້າກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ມວນມະນຸດມີຊາຕາກຳຮ່ວມກັນ, ຝ່າຍຕ່າງໆຄວນເພີ່ມທະວີຄວາມຕັດສິນໃຈ ແລະ ຄວາມສາມາດທີ່ຮັບມືຮ່ວມກັນ. ຍັງຄວນປະຕິບັດລັດທິຫຼາຍຝ່າຍ, ຍຶດໝັ້ນເປົ້າໝາຍ ແລະ ຫຼັກການທີ່ກຳນົດໄວ້ໃນ “ສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບຂອບການປ່ຽນແປງຂອງດິນຟ້າອາກາດ” ແລະ “ສັນຍາປາຣີ”, ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.