ຜົນການສຳຫຼວດປະຊາມະຕິສາກົນ: ຜູ້ໃຫ້ສຳພາດ 90% ທວງໃຫ້ອັງກິດສົ່ງຄືນວັດຖຸບູຮານທີ່ປຸ້ນເອົານັ້ນ

2023-12-02 19:44:32 cri

CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດປະຊາມະຕິຕໍ່ຊາວເນັດທົ່ວໂລກ ສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດຈຳນວນ 80,8% ເຫັນວ່າ ຫໍພິພິທະພັນແຫ່ງຊາດອັງກິດເກັບສະສົມວັດຖຸບູຮານທີ່ປຸ້ນສະດົມມາຈາກຕ່າງປະເທດນັ້ນແມ່ນເລື່ອງທີ່ບໍ່ເປັນທຳ, ຜູ້ໃຫ້ສຳພາດຈຳນວນ 90,3% ເຫັນວ່າ ວັດຖຸບູຮານທີ່ປຸ້ນສະດົມໄປໂດຍຜ່ານການລ່າເມືອງຂຶ້ນ ແລະ ສົງຄາມນັ້ນ ຄວນສົ່ງຄືນໃຫ້ປະເທດທີ່ເປັນເຈົ້າຂອງໂດຍໄວທີ່ສຸດ.

ໃນການສຳຫຼວດ ຜູ້ໃຫ້ສຳພາດ 91,5% ເຫັນວ່າ: ການສົ່ງວັດຖຸບູຮານຄືນໃຫ້ປະເທດທີ່ເປັນເຈົ້າຂອງແມ່ນປາຍທາງດີທີ່ສຸດສຳລັບພວກເຂົາ, ຜູ້ໃຫ້ສຳພາດ 92,1% ຮຽກຮ້ອງຢ່າງແຂງແຮງວ່າ ປະຊາຄົມໂລກຄວນໃຫ້ວັດຖຸບູຮານທີ່ “ຊັດເຊພະເນຈອນ” ເຫຼົ່ານັ້ນກັບຄືນສູ່ບ້ານເກີດເມືອງນອນ ພາຍໃຕ້ຂອບກົດໝາຍສາກົນ.