ຈີນໄດ້ຮັບເລືອກຕັ້ງເປັນປະເທດມົນຕີປະເພດAຂອງອົງການກິດຈະການທາງທະເລສາກົນອີກຄັ້ງໜຶ່ງດ້ວຍຄະແນນສຽງສູງ

2023-12-03 14:52:52 cri



   ວັນທີ1ທັນວານີ້, ກອງປະຊຸມໃຫຍ່ອົງການກິດຈະການທາງທະເລສາກົນຄັ້ງທີ33ໄດ້ຈັດການເລືອກຕັ້ງສະພາມົນຕີຊຸດໃໝ່ຢູ່ນະຄອນຫຼວງລອນດອນປະເທດອັງກິດ, ຈີນໄດ້ຮັບເລືອກຕັ້ງເປັນປະເທດມົນຕີປະເພດAອີກຄັ້ງໜຶ່ງດ້ວຍຄະແນນສຽງສູງ. ນີ້ແມ່ນຈີນໄດ້ຮັບເລືອກຕັ້ງເປັນປະເທດມົນຕີປະເພດAຂອງອົງການດັ່ງກ່າວເປັນເທື່ອທີ18ຢ່າງລຽນຕິດນັບແຕ່ປີ1989ເປັນຕົ້ນມາ.