ທ່ານຕີ່ງເຊ່ຊຽງເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ “ກຸ່ມ 77 ປະເທດ ແລະ ຈີນ”ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກ່າວຄຳປາໄສ

2023-12-04 13:48:56 cri

ວັນທີ 2 ທັນວານີ້, ທ່ານຕີ່ງເຊ່ຊຽງ ຜູ້ຕາງໜ້າພິເສດຂອງທ່ານປະທານສີຈິ້ນຜິງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ “ກຸ່ມ 77 ປະເທດ ແລະຈີນ”ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ.

ທ່ານຕີ່ງເຊ່ຊຽງກ່າວວ່າ: “ກຸ່ມ 77 ປະເທດ ແລະ ຈີນ” ເປັນເວທີຮ່ວມມືທີ່ສຳຄັນຂອງປະເທດທີ່ກຳລັງພັດທະນາ. ກຸ່ມ 77 ປະເທດ ແລະ ຈີນຄວນອອກສຽງທີ່ເປັນເອກະພາບກັນຕື່ມອີກ ເພື່ອປົກປ້ອງຜົນປະໂຫຍດຮ່ວມ. ຕ້ອງຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາທີ່ຫັນເປັນຮູບແບບສີຂຽວ, ຄົ້ນຫາຊ່ອງທາງໃໝ່ທີ່ມີການພັດທະນາ ແລະ ການປົກປັກຮັກສາໄປພ້ອມກັນ; ຮ່ວມກັນປົກປ້ອງລັດທິຫຼາຍຝ່າຍ, ປົກປ້ອງເປົ້າໝາຍ ແລະ ຫຼັກການທີ່ກຳນົດໃນ ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດ ສປຊ ແລະ ສັນຍາປາຣີ; ຮ່ວມກັນຊຸກຍູ້ຍຸຕິທຳ ແລະ ຄວາມເປັນທຳ, ຊຸກຍູ້ການຈັດສັນທຶນດິນຟ້າອາກາດ, ການສ້າງຂອບເປົ້າໝາຍທີ່ເໝາະກັບທົ່ວໂລກ ແລະອື່ນໆ ໃຫ້ໄດ້ຮັບຄວາມຄືບໜ້າອັນແທ້ຈິງ.