ຕົວການໃນຄະດີຟລອຍຂອງອາເມຣິກາຖືກມີດແທງໃນຄຸກ

2023-12-04 14:32:37 cri

ທ້າຍເດືອນພະຈິກຜ່ານມາ, ທ້າວເດເຣັກ ຈາວວິນ ຕຳຫຼວດຄົນຜິວຂາວ ທີ່ເປັນຕົວການໃນຄະດີຟລອຍ ເຊື້ອສາຍອາຟຣິກາ ຖືກຜູ້ຈຳຄຸກຄົນໜຶ່ງແທງໃສ່ໃນຄຸກ.


ວັນທີ 1 ທັນວານີ້, ເຈົ້າໜ້າທີ່ໄອຍະການອາເມຣິກາກ່າວວ່າ, ທ້າວເດເຣັກ ຈາວວິນ ຖືກທ້າວຈອນ ເຕີຊັກ ຜູ້ຈຳຄຸກແຫ່ງດຽວກັນ ໃຊ້ມີດແທງໂຕ 22 ບາດ, ເຈົ້າໜ້າທີ່ໄອຍະການໄດ້ກ່າວຟ້ອງທ້າວຈອນ ເຕີຊັກ ໃນຂໍ້ຫາເຈດຕະນາຄາຕະກຳ, ຄາດຕະກຳໂດຍບໍ່ມີຜົນ ແລະອື່ນໆ.


ປີ 2021, ໃນການຮ້ອງຟ້ອງຂັ້ນລັດ, ທ້າວເດເຣັກ ຈາວວິນຖືກຕັດສິນຈຳຄຸກ 22 ປີ ກັບ 6 ເດືອນ ດ້ວຍໂທດຖານຄາຕະກຳເປັນຕົ້ນ.