ບຣາຊິນຈະເຂົ້າຮ່ວມ “ໂອເປັກ+” ໃນຖານະເປັນປະເທດສັງເກດການ

2023-12-04 11:31:13 CRI

ທ່ານລູລາ ປະທານາທິບໍດີບຣາຊິນກ່າວໃນວັນທີ 2 ທັນວານີ້ວ່າ: ບຣາຊິນຈະເຂົ້າຮ່ວມ “ໂອເປັກ+” ເຊິ່ງປະກອບດ້ວຍປະເທດສະມາຊິກໂອເປັກ ແລະ ປະເທດຜະລິດນ້ຳມັນເຊື້ອໄຟທີ່ບໍ່ແມ່ນສະມາຊິກໂອເປັກ ໃນຖານະເປັນປະເທດສັງເກດການ ທັງຈະເຕືອນ ແລະ ເກ້ຍກ່ອມໃຫ້ປະເທດຜະລິດນ້ຳມັນເຊື້ອໄຟຈົ່ງກຽມຄວາມພ້ອມໃຫ້ແກ່ການຢຸດນຳໃຊ້ວັດຖຸເຊື້ອໄຟປະເພດຟອດຊິວ.


ອີງຕາມສື່ມວນຊົນບຣາຊິນລາຍງານໃຫ້ຮູ້ວ່າ ທ່ານລູລາໄດ້ໃຫ້ທັດສະນະດັ່ງກ່າວໃນຂະນະທີ່ຢ້ຽມຢາມເອມີເຣດອາຣັບ. ທ່ານລູລາເຫັນວ່າ ປະເທດຜະລິດນ້ຳມັນເຊື້ອໄຟນັ້ນສາມາດລົງທຶນໄດ້ ເພື່ອເຮັດໃຫ້ພາກພື້ນອາຟຣິກາ, ອາເມຣິກາລາຕິນ ແລະ ພາກພື້ນອື່ນໆສາມາດຜະລິດວັດຖຸເຊື້ອໄຟໝູນວຽນໄດ້ ຕາມຄວາມຕ້ອງການ ໂດຍສະເພາະແມ່ນໄຮໂດຣເຈນສີຂຽວ.


ກ່ອນໜ້ານີ້, ທ່ານປລາເຕຣສ ປະທານຄະນະກຳມະການບໍລິຫານບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດບຣາຊິນເຄີຍກ່າວວ່າ: ບຣາຊິນຄວນເຂົ້າຮ່ວມ “ໂອເປັກ+” ແລະ ເສີມຂະຫຍາຍບົດບາດເປັນຜູ້ຮ່ວມມື ແລະ ຜູ້ສັງເກດການການຕັດສິນນະໂຍບາຍໃນອົງການດັ່ງກ່າວ ແຕ່ບໍ່ເຂົ້າຮ່ວມລະບຽບການໂກຕາການຜະລິດນ້ຳມັນດິບ.