ການຫຼອນໂຈມຕີເຂດກາຊາພາຍໃນ 24 ຊົ່ວໂມງຜ່ານມາຂອງກອງທັບອິດສະຣາແອນເຮັດໃຫ້ມີຜູ້ເສຍຊີວິດ 700 ຄົນ

2023-12-04 14:34:22 cri

ວັນທີ 3 ທັນວານີ້, ເຈົ້າໜ້າທີ່ຫ້ອງການສື່ມວນຊົນອົງການຮາມາສໃຫ້ສຳພາດຕໍ່ສື່ມວນຊົນວ່າ, ການຫຼອນໂຈມຕີເຂດກາຊາພາຍໃນ 24 ຊົ່ວໂມງຜ່ານມາຂອງກອງທັບອິດສະຣາແອນ ໄດ້ເຮັດໃຫ້ມີຊາວປາເລັດສະຕິນເສຍຊີວິດຢ່າງໜ້ອຍ 700 ຄົນ.


ເຈົ້າໜ້າທີ່ທ່ານນີ້ກ່າວວ່າ, ປັດຈຸບັນ, ຍັງມີຫຼາຍຮ້ອຍຄົນຕິດຢູ່ໃຕ້ຊາກອາຄານລໍຖ້າການຊ່ວຍເຫຼືອ, ມີຜູ້ໄຮ້ທີ່ພັກອາໄສນັບມື້ນັບຫຼາຍຂຶ້ນ.ນອກນີ້, ມີຜູ້ສັນທັດກໍລະນີຂອງປາເລັດສະຕິນກ່າວວ່າ, ຕອນເຊົ້າມືດວັນທີ 3 ທັນວານີ້, ກອງທັບອິດຣາແອນໄດ້ຫຼອນໂຈມຕີທາງອາກາດຕໍ່ຄ້າຍຊາວອົບພະຍົບບູໄຣ ແລະ ຄ້າຍຊາຍອົບພະຍົບນູໄຊຣັດ ທາງພາກກາງເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 32 ຄົນ. ເວລາ 7 ໂມງຂອງວັນທີ 1 ທັນວານີ້ຕາມເວລາທ້ອງຖິ່ນ, ການຢຸດຍິງຊົ່ວຄາວລະຫວ່າງອົງການຮາມາສ ແລະ ອິດສະຣາແອນຢູ່ເຂດກາຊາໄດ້ສິ້ນສຸດລົງ, ກອງທັບອິດສະຣາແອນໄດ້ດຳເນີນການຕໍ່ສູ້ກັບອົງການຮາມາສທັນທີ.