ຈຳນວນຜູ້ເສຍຊີວິດຍ້ອນເຫດການຍິງກັນຂະໜາດໃຫຍ່ໃນປີ 2023 ຢູ່ອາເມຣິກາໄດ້ສ້າງສະຖິຕິສູງສຸດນັບແຕ່ປີ 2006 ເປັນຕົ້ນມາ

2023-12-05 11:01:11 cri

“ໜັງສືພິມວໍຊິງຕັນໂພສ” ສະບັບວັນທີ 4 ທັນວາຂອງອາເມຣິກາລາຍງານວ່າ: ຖານຂໍ້ມູນເຫດການຍິງກັນ ທີ່ຮຽບຮຽງໂດຍຂ່າວສານອາເປ, ວາລະສານ “ອາເມຣິກາວັນນີ້” ແລະ ມະຫາວິທະຍາໄລພາກຕາເວັນອອກສຽງເໜືອອາເມຣິກາ ສະແດງໃຫ້ເຫັນວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຢູ່ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ ທີ່ມີຜູ້ເສຍຊີວິດ 4 ຄົນ ຫຼື 4 ຄົນຂຶ້ນໄປນັ້ນມີ 38 ເທື່ອ, ເຮັດໃຫ້ຈຳນວນຜູ້ເສຍຊີວິດມີເຖິງ 197 ຄົນ (ຍົກເວັ້ນມືປືນ) ເປັນສະຖິຕິສູງສຸດນັບແຕ່ປີ 2006 ເປັນຕົ້ນມາ.


ຜູ້ຊ່ຽວຊານໃນຂະແໜງວິຊາຕ້ອງໂທດ ແລະ ຂົງເຂດທີ່ກ່ຽວຂ້ອງຂອງອາເມຣິກາກ່າວວ່າ, ເຫດການຍິງກັນຂະໜາດໃຫຍ່ທີ່ເກີດຂຶ້ນໃນຊຸມປີຜ່ານມານີ້ນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ຄົນທັງຫຼາຍຮູ້ສຶກວິຕົກກັງວົນຕໍ່ບັນຫາທີ່ມີອາວຸດປືນໃຊ້ຢ່າງງ່າຍດາຍຢູ່ອາເມຣິກາ.