ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 17.300 ຄົນ

2023-12-05 11:02:24 cri

ພາຍລັງການຢຸດຍິງຊົ່ວຄາວລະຫວ່າງອິດສະຣາແອນກັບອົງການຮາມາສສິ້ນສຸດລົງ, ເຂດກາຊາໄດ້ເກີດການປະທະກັນຄັ້ງໃໝ່, ສະພາບດ້ານມະນຸດສະທຳຢູ່ເຂດກາຊາຮ້າຍແຮງລົງຕື່ມອີກ. ນັບມາຮອດປັດຈຸບັນນີ້, ການປະທະກັນຮອບນີ້ໄດ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 17.300 ຄົນ.


ຕອນຄ່ຳວັນທີ 4 ທັນວານີ້, ໂຄສົກກອງປ້ອງກັນຊາດອິດສະຣາແອນກ່າວວ່າ, ກອງທັບອິດສະຣາແອນພວມຂະຫຍາຍການເຄື່ອນໄຫວດ້ານການທະຫານທາງໜ້າດິນຢູ່ທົ່ວເຂດກາຊາ, ເປົ້າໝາຍແມ່ນແນໃສ່ຜູ້ປະກອບອາວຸດທັງໝົດຂອງອົງການຮາມາສ.


ນອກນີ້, ມີສື່ມວນຊົນອາຣັບຫຼາຍແຫ່ງລາຍງານວ່າ, ວັນທີ 4 ທັນວານີ້, ກອງທັບອິດສະຣາແອນໄດ້ຫຼອນໂຈມຕີທາງອາກາດຕໍ່ໂຮງຮຽນສອງຫຼັງຢູ່ທາງພາກຕາເວັນອອກຂອງເຂດກາຊາ. ໂຮງຮຽນໄດ້ຮັບເອົາຜູ້ບໍ່ມີທີ່ພັກອາໄສເປັນຈຳນວນຫຼວງຫຼາຍ, ການຫຼອນໂຈມຕີຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ. ປັດຈຸບັນ, ອິດສະຣາແອນຍັງບໍ່ທັນໃຫ້ຄຳຕອບຕໍ່ເລື່ອງນີ້.