ເຈົ້າໜ້າທີ່ອົງການຮາມາສກ່າວວ່າ: ຈະບໍ່ຈັດການເຈລະຈາກັບອິດສະຣາແອນກ່ອນກອງທັບອິດສະຣາແອນຢຸດຍິງ

2023-12-06 10:52:45 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 5 ທັນວານີ້, ທ່ານໂອຊະມອາ ຮາມດັນ ເຈົ້າໜ້າທີ່ອົງການຮາມາສ ກ່າວວ່າ: ກ່ອນອິດສະຣາແອນຍຸດຕິການຮຸກຮານຕໍ່ເຂດກາຊາ, ອົງການຮາມາສຈະບໍ່ຈັດການເຈລະຈາກັບອິດສະຣາແອນ ຫຼື ແລກປ່ຽນຕົວປະກັນທີ່ຖືກກັກໄວ້.

ທ່ານຮາມດັນ ກ່າວຕື່ມວ່າ: ທ່ານເບັນຈະມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນຄວນຮັບຜິດຊອບທັງໝົດຕໍ່ຄວາມປອດໄພດ້ານຊີວິດຂອງຕົວປະກັນອິດສະຣາແອນ ແລະ ຂະບວນການແລກປ່ຽນຕົວປະກັນຂາດກັນສະບັ້ນ.