ເຈົ້າໜ້າທີ່ປາແລັດສະຕິນຂອບໃຈຈີນທີ່ໃຫ້ການຊ່ວຍເຫຼືອ

2023-12-06 10:10:26 CRI

ວັນທີ 5 ທັນວານີ້, ທ່ານເຈິ່ງຈີ້ຊິນ ຫົວໜ້າສຳນັກງານຂອງຈີນປະຈຳປາແລັດສະຕິນ ແລະ ທ່ານຊູຄຣີ ບີຊາຣາ ລັດຖະມົນຕີກະຊວງການເງິນປາແລັດສະຕິນໄດ້ຮ່ວມກັນລົງນາມໃນເອກກະສານມອບຮັບເງິນຊ່ວຍເຫຼືອ ທີ່ລັດຖະບານຈີນມອບໃຫ້ແກ່ລັດຖະບານປາແລັດສະຕິນ.


ທ່ານຊູຄຣີ ບີຊາຣາຕາງໜ້າລັດຖະບານປາແລັດສະຕິນສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໃຫ້ການຊ່ວຍເຫຼືອແກ່ປາແລັດສະຕິນໃນຂະນະທີ່ປາແລັດສະຕິນຕົກຢູ່ໃນຄວາມລຳບາກ, ປາແລັດສະຕິນສະແດງຄວາມຍິນດີ ແລະ ຫວັງໃຫ້ຈີນເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການແກ້ໄຂບັນຫາປາແລັດສະຕິນຢ່າງຍຸຕິທຳ ແລະ ຮອບດ້ານ.


ທ່ານເຈິ່ງຈີ້ຊິນກ່າວວ່າ: “ເມື່ອບໍ່ດົນມານີ້, ຈີນໄດ້ເຜີຍແຜ່ “ເອກະສານຫຼັກໝັ້ນຂອງຈີນກ່ຽວກັບການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ” ເຊິ່ງເປັນການສະເໜີແຜນການແກ້ໄຂບັນຫາຢ່າງຮອບດ້ານ, ກວມລວມ ແລະ ສາມາດປະຕິບັດໄດ້. ຈີນຍິນດີເຮັດຄືແຕ່ເກົ່າເໝືອນດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ ພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ການຢຸດຍິງຢ່າງຮອບດ້ານ, ປົກປ້ອງປະຊາຊົນສາມັນ, ຮັບປະກັນການຊ່ວຍເຫຼືອທາງດ້ານມະນຸດສະທຳ, ເພີ່ມທະວີການໄກ່ເກ່ຍດ້ານການທູດ ແລະ ສະແຫວງຫາການແກ້ໄຂບັນຫາຜ່ານທາງການເມືອງໂດຍຜ່ານການຈັດຕັ້ງປະຕິບັດ “ແຜນການສອງປະເທດ”.