ທ່ານຫວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມຣິກາ

2023-12-06 16:26:24 cri

ວັນທີ 6 ທັນວາ 2023, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ຕາມການນັດຂອງຝ່າຍອາເມຣິກາ.

ທ່ານບລິນເກນ ຂອບໃຈນຳທ່ານຫວາງຢີ້ທີ່ໄປສະຖານທູດອາເມຣິກາປະຈຳຈີນເພື່ອໄວ້ອາໄລທ່ານເຮັນຣີ ກິດຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.

ທ່ານຫວາງຢີ້ ກ່າວວ່າ: ດ.ຣ ກິດຊິງເກີ ມີຈຸດຢືນສອງປະເທດຈີນ ແລະ ອາເມຣິກາຄວນເຄົາລົບນັບຖືເຊິ່ງກັນແລະກັນ ແລະ ພັດທະນາຮ່ວມກັນແຕ່ຕົ້ນຕະຫຼອດປາຍ, ປະຕິບັດໜ້າທີ່ຮັບຜິດຊອບສາກົນເທົ່າທີ່ຄວນ, ທ່ານເນັ້ນໜັກມາຫຼາຍເທື່ອວ່າອາເມຣິກາຄວນເຂົ້າໃຈຄວາມສຳຄັນຂອງບັນຫາໄຕ້ຫວັນສຳລັບປະເທດຈີນ, ມໍລະດົກການຕ່າງປະເທດຂອງທ່ານແມ່ນສິ່ງທີ່ໜ້າເສີຍຂະຫຍາຍ ແລະ ພັດທະນາຂອງຄົນຮຸ່ນໃໝ່.

ທ່ານຫວາງຢີ້ກ່າວຕື່ມວ່າ: ໜ້າທີ່ສຳຄັນທີ່ສຸດໃນປັດຈຸບັນຂອງສອງຝ່າຍຄືການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດຢ່າງແທ້ຈິງ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍໄປສູ່ທິດທາງທີ່ປອດໃສ, ໝັ້ນທ່ຽງ ແລະ ແບບຍືນຍົງ.

ທ່ານຫວາງຢີ້ໄດ້ເນັ້ນໜັກອີກຄັ້ງໜຶ່ງເຖິງຫຼັກໝັ້ນອັນເຄັ່ງຂຶມຂອງຈີນກ່ຽວກັບບັນຫາໄຕ້ຫວັນ, ຮຽກຮ້ອງໃຫ້ອາເມຣິກາບໍ່ຄວນແຊກແຊງວຽກງານພາຍໃນຂອງຈີນ, ບໍ່ຄວນສະໜັບສະໜູນ ແລະ ປ່ອຍປະລະເລີຍອິດທິກຳລັງໃດໆທີ່ “ແບ່ງແຍກໄຕ້ຫວັນເປັນເອກະລາດ”.

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ເຫັນດີຮັກສາການຕິດຕໍ່ພົວພັນກ່ຽວກັບສະພາບການຢູ່ເຂດຕາເວັນອອກກາງ.

ທ່ານບລິນເກນ ໄດ້ແນະນຳສະພາບການຢ້ຽມຢາມເຂດຕາເວັນອອກກາງຂອງຕົນ ແລະ ຄວາມເຫັນຂອງອາເມຣິກາກ່ຽວກັບການຂະຫຍາຍຕົວຂອງສະຖານະການຢູ່ຕາເວັນອອກກາງ, ເຫັນດີຄວນຈັດຕັ້ງປະຕິບັດ “ແຜນການສອງປະເທດ”.