ປະທານປະເທດຈີນຈະຢ້ຽມຢາມຫວຽດນາມທາງລັດຖະກິດ

2023-12-07 16:08:53 cri


ວັນທີ 7 ທັນວາ 2023, ທ່ານນາງຮ້ວາຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທ່ານຫວໍວັນເຖືອງ ປະທານປະເທດ ສສ.ຫວຽດນາມ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນຈະຢ້ຽມຢາມຫວຽດນາມທາງລັດຖະກິດລະຫວ່າງວັນທີ 12 ຫາ 13 ທັນວານີ້.