ເຂດກາຊາເກີດເຫດຫຼອນໂຈມຕີທີ່ແນໃສ່ອົງການການແພດ 212 ກໍລະນີ

2023-12-07 11:04:52 cri

ວັນທີ 6 ທັນວານີ້, ອົງການອະນາໄມໂລກແຈ້ງໃຫ້ຮູ້ວ່າ, ນັບແຕ່ວັນທີ 7 ຕຸລາປີນີ້ເປັນຕົ້ນມາ, ເຂດກາຊາໄດ້ເກີດເຫດຫຼອນໂຈມຕີທີ່ແນໃສ່ອົງການການແພດ 212 ກໍລະນີ, ໃນນັ້ນ, 60% ຂອງເຫດຫຼອນໂຈມຕີເກີດຂຶ້ນຢູ່ເມືອງກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 565 ຄົນ, ບາດເຈັບ 732 ຄົນ ແລະ ອົງການການແພດໄດ້ຮັບຜົນກະທົບ 56 ແຫ່ງ.


ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບກົດໝາຍສາກົນ ເພື່ອຮັບປະກັນໃຫ້ສິ່ງກໍ່ສ້າງທາງການແພດໄດ້ຮັບການປົກປ້ອງ.