ງານວາງສະແດງ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” ສັນຈອນທົ່ວໂລກຂອງ CMG ເລີ່ມຈັດຂຶ້ນຢູ່ໂຕກຽວ

2023-12-07 11:01:46 CRI

ງານວາງສະແດງພິເສດທີ່ຍີ່ປຸ່ນຂອງງານວາງສະແດງ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” ສັນຈອນທົ່ວໂລກຂອງວິທະຍຸ-ໂທລະພາບສູນກາງຈີນ ຫຼື CMG ເລີ່ມຈັດຂຶ້ນຢູ່ໂຕກຽວ ນະຄອນຫຼວງຍີ່ປຸ່ນໃນວັນທີ 6 ທັນວານີ້, ທ່ານຢາຊູໂອະ ຟູກູກະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານສິງໂປ ຮອງຜູ້ອຳນວຍການໃຫຍ່ CMG ແລະ ທ່ານອູຈ່ຽງຮ້າວ ເອກອັກຄະລັດຖະທູດຈີນປະຈຳຍີ່ປຸ່ນໄດ້ເຂົ້າຮ່ວມພິທີເປີດ ພ້ອມທັງກ່າວຄຳປາໄສ. ແຂກຜູ້ມີກຽດຈາກວົງການການເມືອງ, ວົງການວິຊາການ, ອົງການຈັດຕັ້ງເສດຖະກິດ ແລະ ວົງການສື່ມວນຊົນເປັນຕົ້ນໄດ້ເຂົ້າຮ່ວມໃນ ພິທີດັ່ງກ່າວ.


ຢູ່ສະຖານທີ່ຈັດກິດຈະກຳ, ທ່ານສິງໂປ, ທ່ານອູຈ່ຽງຮ້າວ, ທ່ານຫຼີຢີ້ ຜູ້ຮັບຜິດຊອບວິທະຍຸ-ໂທລະພາບສູນກາງຈີນປະຈຳອາຊີປາຊີຟິກ ແລະ ທ່ານຈ່ຽງເຈິ້ງສູນ ຜູ້ນຳຄະນະສາກົນ ມະຫາວິທະຍາໄລວາເຊດະຍີ່ປຸ່ນ ໄດ້ຮ່ວມກັນເປີດເຂດແນະນຳ ແລະ ໂຄສະນາການສຳຜັດງານວາງສະແດງພິເສດຍີ່ປຸ່ນກໍຄືການແນະນຳ ແລະ ໂຄສະນາງານຄອນເສີດຕ້ອນຮັບບຸນກຸດຈີນ ໂດຍເຂດແນະນຳໂຄສະນາດັ່ງກ່າວແມ່ນ CMG ແລະ ມະຫາວິທະຍາໄລວາເຊດະຍີ່ປຸ່ນຮ່ວມກັນສະເໜີ ເຊິ່ງຈະດຳເນີນໄປເປັນເວລາໜຶ່ງເດືອນ. ຢູ່ສະຖານທີ່ຈັດກິດຈະກຳຍັງໄດ້ນຳສະເໜີລາຍການທີ່ຈັດທຳຮ່ວມກັນໂດຍສື່ມວນຊົນຈີນ ແລະ ຍີ່ປຸ່ນ.