ທ່ານເຄວິນ ແມັກຄາທີ ອະດີດປະທານສະພາຕ່ຳອາເມຣິກາປະກາດຈະລາອອກຈາກຕຳແໜ່ງສະພາໃນທ້າຍປີນີ້

2023-12-07 11:07:09 cri

ວັນທີ 6 ທັນວານີ້, ທ່ານເຄວິນ ແມັກຄາທີ ອະດີດປະທານສະພາຕ່ຳ ສັງກັດພັກຣີພັບບລີກັນອາເມຣິກາກ່າວວ່າ, ຕົນຈະ ລາອອກຈາກຕຳແໜ່ງສະພາໃນທ້າຍປີນີ້.


ວັນທີ 3 ຕຸລາປີນີ້, ສະພາຕ່ຳອາເມຣິກາໄດ້ຜ່ານມະຕິສະບັບໜຶ່ງ ໃຫ້ປົດຕຳແໜ່ງປະທານສະພາຕ່ຳຂອງທ່ານເຄວິນ ແມັກຄາທີ ເຮັດໃຫ້ທ່ານເຄວິນ ແມັກຄາທີກາຍເປັນປະທານສະພາຕ່ຳຜູ້ທຳອິດທີ່ຖືກປົດຕຳແໜ່ງໃນປະຫວັດສາດອາເມຣິກາ.