ຜູ້ຕາງໜ້າຖາວອນຈີນຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງສຸມກຳລັງຮ່ວມກັນເພື່ອປາບຍາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ

2023-12-08 10:59:23 CRI

ວັນທີ 7 ທັນວານີ້, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ປະກອບຄຳເຫັນໃນກອງປະຊຸມອະພິປາຍທົ່ວໄປຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການຮ່ວມມື, ຮ່ວມກັນປາບປາມອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ.


ທ່ານຈ່າງຈຸ່ນກ່າວວ່າ: ປັດຈຸບັນ, ການມີບົດບາດຕໍ່ກັນຂອງອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ຄວາມສັບສົນ ຄວາມເປັນມືອາຊີບຂອງວິທີການກໍ່ອາດຊະຍາກຳ ໄດ້ພົວພັນກັບລັດທິກໍ່ການຮ້າຍຢ່າງແໜ້ນແຟ້ນ, ມີໄພອັນຕະລາຍ ແລະ ມີຜົນກະທົບຂະຫຍາຍວົງກວ້າງອອກໄປເລື້ອຍໆ, ປະຊາຄົມໂລກຄວນໃຫ້ຄວາມສຳຄັນເປັນຢ່າງສູງ. ປີນີ້ແມ່ນ “ສົນທິສັນຍາຂອງອົງການສະຫະປະຊາຊາດເພື່ອປາບປາມອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ” ມີຜົນສັກສິດຄົບຮອບ 20 ປີ. ຫວັງວ່າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ, ອົງການຕຳຫຼວດອາຍາສາກົນ ຈະສືບຕໍ່ ເສີມຂະຫຍາຍທ່າແຮງຄວາມເປັນມືອາຊີບຂອງຕົນ, ເພີ່ມທະວີການຮ່ວມມືກັບຫ້ອງການຕ້ານລັດທິກໍ່ການຮ້າຍອົງການສະຫະປະຊາຊາດ ແລະ ຄະນະກຳມະການຕ້ານລັດທິກໍ່ການຮ້າຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເພື່ອສະໜອງການສະໜັບສະໜູນໃຫ້ແກ່ປະເທດສະມາຊິກໃນການປາບປາມອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ.