ການເລືອກຕັ້ງປະທານາທິບໍດີຣັດເຊຍຕົກລົງຈະຈັດຂຶ້ນໃນເດືອນມີນາປີ 2024

2023-12-08 10:56:41 cri

ວັນທີ 7 ທັນວານີ້, ສະພາສູງຣັດເຊຍໄດ້ຜ່ານມະຕິ ໂດຍຕົກລົງຈະຈັດການເລືອກຕັ້ງປະທານາທິບໍດີສະຫະພັນຣັດເຊຍໃນວັນທີ 17 ມີນາປີ 2024 ແລະ ມະຕິດັ່ງກ່າວມີຜົນບັງຄັບໃຊ້ ນັບແຕ່ມື້ປະກາດເປັນຕົ້ນໄປ.


ທ່ານວາເລນຕີນາ ມັດວີເຢນໂກ ປະທານສະພາສູງຣັດເຊຍໄດ້ກ່າວໃນກອງປະຊຸມທີ່ຈັດຂຶ້ນໃນມື້ດຽວກັນວ່າ, ມະຕິດັ່ງກ່າວເປັນຂີດໝາຍສະແດງໃຫ້ເຫັນວ່າ, ການແຂ່ງຂັນການເລືອກຕັ້ງໄດ້ເລີ່ມຕົ້ນແລ້ວ, ການເລືອກຕັ້ງປະທານາທິບໍດີທີ່ຈະຈັດຂຶ້ນອີກບໍ່ດົນ ເປັນເຫດການການເມືອງສຳຄັນທີ່ສຸດຂອງຣັດເຊຍ ເຊິ່ງຈະຕັດສິນທິດທາງການພັດທະນາຂອງຣັດເຊຍໃນອະນາຄົດໃນລະດັບສູງສົມຄວນ.