ທ່ານວລາດີເມຍ ປູຕິນຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຣັດເຊຍປີ 2024

2023-12-09 16:01:32 CRI

ທ່ານນາງວາເລນຕີນາ ມັດວີເຢນໂກ ປະທານສະພາສູງຣັດເຊຍຢືນຢັນວ່າ: ທ່ານວລາດີເມຍ ປູຕິນຕັດສິນໃຈແລ້ວວ່າຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຣັດເຊຍ. ທ່ານນາງວາເລນຕີນາ ມັດວີເຢນໂກຍັງກ່າວວ່າ: ຄວາມຕັດສິນໃຈດັ່ງກ່າວຂອງທ່ານປູຕິນແມ່ນສິ່ງຮັບປະກັນໃຫ້ຣັດເຊຍເປັນປະເທດອະທິປະໄຕທີ່ເຂັ້ມແຂງ ແລະ ມີຄວາມໝັ້ນຄົງ.


ທ່ານເນເວຣົຟ ຮອງປະທານສະພາດູມາ, ສະມາຊິກຄະນະກຳມະການສູງສຸດພັກຣັດເຊຍເອກະພາບກ່າວວ່າ: ພັກຣັດເຊຍເອກະພາບຈະສະໜັບສະໜູນທ່ານວລາດີເມຍ ປູຕິນເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຣັດເຊຍໃນຖານະເປັນຜູ້ສະໝັກຮັບເລືອກຕັ້ງ.


ນອກນີ້, ຄະນະກຳມະການການເລືອກຕັ້ງສູນກາງຣັດເຊຍໄດ້ປະກາດໃນວັນດຽວກັນວ່າ: ວັນປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍແມ່ນກຳນົດເອົາວັນທີ 15-17 ມີນາປີ 2024.