ຜູ້ຊ່ຽວຊານຈີນ-ອັງກິດສົນທະນາ ແລະ ແລກປ່ຽນກັນກ່ຽວກັບ “ການບໍລິຫານສຸຂະພາບທົ່ວໂລກ”

2023-12-10 14:55:02 cri


    ກອງປະຊຸມເປິກສາຫາລືການສົນທະນາຈີນ-ທົ່ວໂລກຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນຂອງອັງກິດໃນວັນທີ 8 ທັນວານີ້, ຜູ້ຊ່ຽວຊານ ແລະ ປັນຍາຊົນທີ່ມາຈາກຈີນ ແລະ ອັງກິດເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຜ່ານທາງອອນລາຍ ແລະ ອອຟລາຍ, ໂດຍປິ່ນອ້ອມຫົວຂໍ້ “ການບໍລິຫານສຸຂະພາບທົ່ວໂລກ” ດຳເນີນການສົນທະນາ ແລະ ການແລກປ່ຽນ.

    ໜຶ່ງໃນຝ່າຍເຈົ້າພາບຈັດງານ ຄື: ສະຖາບັນຄົ້ນຄວ້າຈີນຂອງໂລກທີ່ຕັ້ງຢູ່ອັງກິດໄດ້ແນະນຳໃຫ້ຮູ້ວ່າ: ກອງປະຊຸມເປິກສາຫາລືຄັ້ງນີ້ລວມມີເນື້ອໃນ 4 ດ້ານ ຄື: ສຸຂະພາບທົ່ວໂລກ ແລະ ຈັດສັນລະບົບທີ່ກ່ຽວຂ້ອງ, ສິ່ງທ້າທ້າຍດ້ານການບໍລິຫານສຸຂະພາບທົ່ວໂລກ, ແລກປ່ຽນຄວາມຄິດເຫັນເພື່ອຊຸກຍູ້ສຸຂະພາບທົ່ວໂລກ, ການບໍລິຫານສຸຂະພາບຜ່ານທາງດີຈີຕອນ. ສະຖາບັນດັ່ງກ່າວຊີ້ໃຫ້ເຫັນວ່າ: ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຂໍ້ບົກຜ່ອງດ້ານລະບົບບໍລິຫານສາທາລະນະສຸກ ແລະ ສຸຂະພາບທົ່ວໂລກໃນປັດຈຸບັນນີ້, ບັນຫາສຸຂະພາບຂອງມວນມະນຸດແມ່ນສິ່ງທ້າທາຍອັນສຳຄັນທີ່ຕ້ອງຮັບມືດ້ວຍການຮ່ວມມືທົ່ວໂລກ.

    ທ່ານວາງສີ ອຸປະທູດຈີນປະຈຳອັງກິດໄດ້ກ່າວຄຳປາໄສຢູ່ກອງປະຊຸມເປິກສາຫາລືດັ່ງກ່າວໂດຍກ່າວວ່າ: ການແພ່ລະບາດຂອງພະຍາດໂຄວິດ-19ໄດ້ນຳເອົາຜົນກະທົບອັນໃຫຍ່ຫຼວງມາໃຫ້ແກ່ສາທາລະນະສຸກ ແລະ ເສດຖະກິດສັງຄົມຂອງທົ່ວໂລກ. ມີພຽງແຕ່ຮ່ວມມືກັນສ້າງປະຊາຄົມສຸຂະພາບຂອງມວນມະນຸດ ຈຶ່ງສາມາດປົກປັກຮັກສາ ແລະ ຊຸກຍູ້ຄວາມປອດໄພດ້ານຊີວິດຂອງມວນມະນຸດ ແລະ ການພັດທະນາແບບຍືນຍົງດ້ານສຸຂະພາບຢ່າງບັງເກີດຜົນ.