ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຕ້ອງໄດ້ແກ້ໄຂຄວາມແຕກໂຕນກັນອັນໃຫຍ່ຫຼວງ

2023-12-12 10:26:54 CRI


ວັນທີ 11 ທັນວານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP 28 ຢູ່ນະຄອນດູໄບຂອງສະຫະລັດອາຣັບເອມິເຣດ, ທ່ານອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ກ່ອນປິດປະຊຸມຍັງມີຄວາມແຕກໂຕນກັນອັນໃຫຍ່ຫຼວງທີ່ຕ້ອງໄດ້ແກ້ໄຂ, ຝ່າຍຕ່າງໆຕ້ອງພິຈາລະນາເຖິງເປົ້າໝາຍດ້ານດິນຟ້າອາກາດ ແລະ ຄວາມຍຸຕິທຳ, ປະເທດທີ່ພັດທະນາແລ້ວຄວນປະຕິບັດຕາມຄຳໝັ້ນສັນຍາຂອງຕົນທັງໝົດ.


ທ່ານກູເຕີເຣັສຮຽກຮ້ອງໃຫ້ບັນດາຝ່າຍພາຄີສົນທິສັນຍາຈົ່ງຮັບປະກັນເປົ້າໝາຍສູງສຸດໃນການຫຼຸດການລະບາຍອາຍພິດເຮືອນແກ້ວ ແລະ ບັນລຸຄວາມເປັນທຳດ້ານດິນຟ້າອາກາດ. ທ່ານຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວປະຕິບັດຕາມຄຳໝັ້ນສັນຍາຂອງຕົນທັງໝົດໃນດ້ານເງິນທຶນ ການປັບຕົວຢ່າງເຕັມສ່ວນ ແລະ ໂປ່ງໃສ. ທ່ານກ່າວຕື່ມວ່າ, ຫຼາຍປະເທດພວມພັດທະນາບໍ່ມີງົບປະມານພຽງພໍ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ເມື່ອຮອດປີ 2025, ເງິນທຶນທີ່ໃຊ້ເຂົ້າໃນການປັບຕົວຄວນເພີ່ມຂຶ້ນໜຶ່ງເທົ່າ, ບັນລຸເຖິງ 40 ຕື້ໂດລາ.