ສະພາຄວາມໝັ້ນຄົງອົງການສປຊຈັດກອງປະຊຸມກ່ຽວກັບບັນຫາແຜ່ຜາຍອາວຸດຂອງອູແກຣນ

2023-12-12 11:10:47 CRI

   ວັນທີ 11 ທັນວານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບສະພາບການຢູ່ອູແກຣນ ແລະ ບັນຫາແຜ່ຜາຍອາວຸດ. ໃນໂອກາດດັ່ງກ່າວ, ຜູ້ຕາງໜ້າຈີນຢືນຢັນວ່າ: ຈີນຢືນຢູ່ຂ້າງສັນຕິພາບກໍຄືການສົນທະນາມາໂດຍຕະຫຼອດ, ຫວັງວ່າຄວາມຂັດແຍ້ງກັນຈະໄດ້ຮັບການແກ້ໄຂໂດຍໄວ.


   ທ່ານ ອາເດເດຈິ ອີໂບ ຮອງຜູ້ຕາງໜ້າລະດັບສູງວຽກງານຫຼຸດກໍາລັງຣົບອົງການສະຫະປະຊາຊາດ ໄດ້ຕາງໜ້າກອງເລຂາລາຍງານສະພາບການໃຫ້ຮູ້. ທ່ານ ອີໂບ ຢືນຢັນວ່າ: ປັດຈຸບັນ, ປະຊາຄົມໂລກຍັງຄົງມີການໂອນຍ້າຍອາວຸດຍຸດໂທປະກອນໃຫ້ແກ່ຝ່າຍຕ່າງໆທີ່ກ່ຽວຂ້ອງກັບການປະທະກັນຢູ່ອູແກຣນ. ນອກນີ້, ທ່ານ ອີໂບ ກ່າວເນັ້ນໜັກວ່າ: ສໍາລັບການຂົນສົ່ງອາວຸດຍຸດໂທປະກອນສູ່ອູແກຣນ, ຖ້າຂາດການຕິດຕາມຄຸ້ມຄອງທີ່ຈໍາເປັນ, ອາດຈະເຮັດໃຫ້ເກີດມີການແຜ່ຜາຍອາວຸດ. ທ່ານ ອີໂບ ໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ: ຄວນປົກປ້ອງບໍ່ໃຫ້ປະຊາຊົນຖືກທໍາຮ້າຍ.