ຈີນເລັ່ງທວງໃຫ້ຟິລິບປິນອີກເທື່ອໜຶ່ງຈົ່ງຍຸດຕິການລ່ວງລະເມີດສິດແລະທ້າທາຍເກາະຜິດທາງທະເລ

2023-12-12 10:58:55 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 11 ທັນວານີ້. ໃນເວລາຕອບຄໍາຖາມນັກຂ່າວ, ທ່ານນາງ ເໝົາໜິງ ໄດ້ຢືນຢັນວ່າ: ຫວ່າງມໍ່ໆມານີ້, ຢູ່ນ່ານນໍ້າເຂດທະເລຫີນໂສໂຄກ ເຣີນໄອ້ ສປ ຈີນໄດ້ເກີດມີເຫດການສຸກເສີນຫຼາຍເທື່ອ ເຊິ່ງຟິລິບປິນຕ້ອງຮັບຜິດຊອບຕໍ່ເຫດການດັ່ງກ່າວເນື່ອງຈາກວ່າເຄົ້າເຫດແມ່ນຍ້ອນຟິລິບປິນລະເມັດຄໍາໝັ້ນສັນຍາ ແລະ ປະຕິເສດບໍ່ເຄື່ອນຍ້າຍກໍາປັ່ນຮົບທີ່ “ຄາແກ້ງ” ແບບຜິດກົດໝາຍ, ພ້ອມທັງມີເຈຕະນາຢາກປັບປຸງກໍາປັ່ນດັ່ງກ່າວຢ່າງຂະໜາດໃຫຍ່ເພື່ອຍຶດຄອງເຂດຫີນໂສໂຄກດັ່ງກ່າວແບບຖາວອນ. ຈີນເດັດດ່ຽວຄັດຄ້ານເຈດຈໍານົງຂອງຟິລິບປິນທີ່ຫວັງຢາກຍຶດຄອງເຂດຫີນໂສໂຄກເຣີນໄອ້, ໂດຍໄດ້ສະແດງຫຼັກໝັ້ນຢ່າງເຄັ່ງຂຶມຂອງຈີນໃຫ້ຟິລິບປິນຮັບຊາບຜ່ານຫຼາຍຂັ້ນຕອນ ແລະ ຫຼາຍຊ່ອງທາງແລ້ວ.


   ທ່ານນາງ ເໝົາໜິງ ກ່າວເນັ້ນໜັກວ່າ: ຟິລິບປິນບໍ່ເອົາຫົວຊາຕໍ່ນໃຈໄມຕີຈິດມິດຕະພາບ, ຄວາມຈິງໃຈກໍຄືຄວາມອົດກັ້ນຂອງຈີນ, ລະເມີດຄໍາໝັ້ນສັນຍາຂອງຕົນ ໂດຍໄດ້ລ່ວງລະເມີດສິດ ແລະ ທ້າທາຍເກາະຜິດຢູ່ນ່ານນໍ້າເຂດທະເລຫີນໂສໂຄກເຣີນໄອ້ຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ໂຄສະນາຊວນເຊື່ອ, ປັ້ນແຕ່ງ ແລະ ເຜີຍແຜ່ຂໍ້ມູນທີ່ໄຮ້ມູນຄວາມຈິງຢ່າງຕໍ່ເນື່ອງ, ໂດຍໄດ້ລະເມີດຕໍ່ກົດໝາຍສາກົນ ກໍຄື "ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້" ຢ່າງໜັກໜ່ວງ, ພ້ອມທັງໄດ້ລ່ວງລະເມີດຕໍ່ອະທິປະໄຕ ແລະ ສິດຜົນປະໂຫຍດທາງທະເລຂອງຈີນຢ່າງໜັກໜ່ວງນໍາອີກ. ຈີນເລັ່ງທວງໃຫ້ຟິລິບປິນອີກເທື່ອໜຶ່ງຈົ່ງຍຸດຕິການທ້າທາຍເກາະຜິດທາງທະເລ, ຍຸດຕິການໃສ່ຮ້າຍປ້າຍສີຢ່າງໄຮ້ເຫດຜົນຕໍ່ຈີນ ແລະ ຈົ່ງຢ່ານໍາໃຊ້ການກະທໍາທີ່ຈະທໍາລາຍສັນຕິພາບ ແລະ ສະຖຽນລະພາບຂອງເຂດທະເລຈີນໃຕ້. ຈີນຈະສືບຕໍ່ອີງຕາມກົດໝາຍທັງພາຍໃນ ແລະ ກົດໝາຍສາກົນ, ນໍາໃຊ້ມາດຕະການທີ່ຈໍາເປັນ, ເດັດດ່ຽວຮັບມືກັບທຸກການທະທໍາທີ່ລ່ວງລະເມີດສິດ ແລະ ທ້າທາຍເກາະຜິດ, ພ້ອມທັງຈະເດັດດ່ຽວປົກປ້ອງອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຜົນປະໂຫຍດທາງທະເລຂອງຕົນ.