ທ່ານ ສີຈິ້ນຜິງ ເດີນທາງຮອດນະຄອນຫຼວງຮ່າໂນ້ຍແລະເລີ່ມຢ້ຽມຢາມຫວຽດນາມທາງລັດຖະກິດ

2023-12-12 14:53:08 CRI

 

   ຕອນທ່ຽງວັນທີ 12 ທັນວານີ້, ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະ ທ່ານ ຫວໍວັນເຖືອງ ປະທານປະເທດ ສສ.ຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງຮອດນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ດ້ວຍຍົນພິເສດ ໂດຍໄດ້ເລີ່ມຢ້ຽມຢາມ ສສ.ຫວຽດນາມ ທາງລັດຖະກິດ.