ທ່ານນາງເຜີງລີ້ຢວນ ແລະ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຮ່ວມກັນຢ້ຽມຊົມຫໍພິພິທະພັນແມ່ຍິງຫວຽດນາມ

2023-12-12 21:28:52 CRI



ຕອນບ່າຍວັນທີ 12 ທັນວານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານນາງ ຫງໍຖິມານ    ພັນລະຍາຂອງທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໄດ້ຮ່ວມກັນຢ້ຽມຊົມຫໍພິພິທະພັນແມ່ຍິງຫວຽດນາມຢູ່ນະຄອນຫຼວງຮ່າໂນ້ຍ.

 



ທ່ານນາງເຜີງລີ້ຢວນໄດ້ຕີລາຄາສູງຕໍ່ຄຸນສົມບັດຄວາມດຸໝັ່ນກ້າຫານຂອງແມ່ຍິງຫວຽດນາມ, ທັງໄດ້ແນະນຳວຽກງານຂອງຕົນໃນດ້ານການຊຸກຍູ້ພາລະກິດແມ່ຍິງ ແລະເດັກນ້ອຍໃນຖານະເປັນທູດພິເສດຂອງອົງການອຸຍເນັສໂກເພື່ອສົ່ງເສີມການສຶກສາຂອງເດັກຍິງ ແລະ ແມ່ຍິງ. ທ່ານນາງເຜີງລີ້ຢວນກ່າວວ່າ: ຈີນຍຶດໝັ້ນຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຮັບປະກັນສິດທິດ້ານຕ່າງໆຂອງແມ່ຍິງ, ຫວຽດນາມມີບົດຮຽນ ແລະ ວິທີການທີ່ດີຫຼາຍຢ່າງໃນການຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ, ຍົກສູງຖານະບົດບາດຂອງແມ່ຍິງ, ຮັບປະກັນສິດຜົນປະໂຫຍດຂອງແມ່ຍິງ ແລະ ອື່ນໆ, ສອງຝ່າຍສາມາດເພີ່ມທະວີການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອແມ່ຍິງຫຼາຍກວ່າເກົ່າປ່ຽນແປງຊາຕາກຳຂອງຕົນ ແລະບັນລຸຄຸນຄ່າຂອງຊີວິດ.