ສະມັດຊາໃຫຍ່ອົງການ ສປຊ ຮັບຮອງມະຕິທີ່ຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີ

2023-12-13 15:12:56 cri

ວັນທີ 12 ທັນວານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມວິສາມັນ ໂດຍໄດ້ຮັບຮອງຜ່ານມະຕິດ້ວຍຜົນການລົງຄະແນນສຽງທີ່ມີ 153 ປະເທດເຫັນດີ, 10 ປະເທດຄັດຄ້ານ ແລະ 23 ປະເທດງົດອອກສຽງ, ຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີ.

ມະຕິສະບັບດັ່ງກ່າວໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສະພາບການດ້ານມະນຸດສະທຳທີ່ມີລັກສະນະເປັນໄພພິບັດຢູ່ເຂດກາຊາແລະຄວາມທຸກທໍລະມານຂອງປະຊາຊົນປາແລັດສະຕິນ, ໂດຍເນັ້ນໜັກວ່າ ຕ້ອງປົກປ້ອງປະຊາຊົນປາແລັດສະຕິນກັບອິດສະຣາແອນຕາມກົດໝາຍມະນຸດສະທຳສາກົນ, ຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີ, ປ່ອຍຕົວປະກັນທັງໝົດແບບບໍ່ມີເງື່ອນໄຂໃນທັນທີ ແລະຮັບປະກັນຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳໃຫ້ມີຄວາມສະດວກ. ນອກນີ້, ມະຕິສະບັບນີ້ຍັງໄດ້ຕົກລົງໂຈາະກອງປະຊຸມວິສາມັນເທື່ອທີ 10 ກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນເປັນການຊົ່ວຄາວ ພ້ອມທັງໄດ້ມອບສິດໃຫ້ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ໂດຍສາມາດຟື້ນຟູກອງປະຊຸມຕາມຄວາມຮຽກຮ້ອງຂອງປະເທດສະມາຊິກ.