ເຈົ້າໜ້າທີ່ອົງການ ສປຊ ເຫັນວ່າ: ການພັດທະນາດ້ານອຸດສາຫະກໍາລົດພະລັງງານໃໝ່ຂອງຈີນໄດ້ນໍາເອົາຜົນປະໂຫຍດມາໃຫ້ກັບທົ່ວໂລກ

2023-12-13 12:36:50 CRI

 

   ໃນກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ລົດພະລັງງານໃໝ່ ແລະ ການຄົມມະນາຄົມແບບກາກບອນຕໍ່າ” ທີ່ຈັດຂຶ້ນຢູ່ “ມູມຂອງຈີນ” ໃນໄລຍະຈັດກອງປະຊຸມພາຄີສົນທິສັນຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ຢູ່ນະຄອນດູໄບ ສະຫະລັດອາຣັບ ເອມິເຣດ ເມື່ອບໍ່ດົນມານີ້, ທ່ານນາງ ອິນເກີ ອັນເດີຊັນ ຫົວໜ້າບໍລິຫານງານໂຄງການສິ່ງແວດລ້ອມສະຫະປະຊາຊາດຢືນຢັນວ່າ: ການພັດທະນາດ້ານອຸດສາຫະກໍາລົດພະລັງງານໃໝ່ຂອງຈີນໄດ້ເຮັດໃຫ້ຕະຫຼາດໂລກປາກົດມີການແຂ່ງຂັນໄປໃນທິດທາງທີ່ດີ, ນອກນີ້, ຈີນຍັງໄດ້ແບ່ງປັນບົດຮຽນດ້ານການພັດທະນາໃຫ້ກັບປະເທດທີ່ມີລາຍຮັບປານກາງ ແລະ ຕໍ່າຢ່າງຕັ້ງໜ້າເພື່ອຊ່ວຍເຫຼືອປະເທດອື່ນໆໃຫ້ໄດ້ຮັບການພັດທະນານໍາອີກ.


   ການຫັນປ່ຽນຮູບແບບສູ່ກາກບອນຕໍ່າເປັນເນື້ອໃນສໍາຄັນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນຂົງເຂດຄົມມະນາຄົມ. ຍອດຈໍາໜ່າຍລົດພະລັງງານໃໝ່ຂອງຈີນໄດ້ເປັນອັນດັບໜຶ່ງຂອງໂລກ 8 ປີຕິດຕໍ່ກັນ, ຈີນໄດ້ກາຍເປັນຕະຫຼາດລົດພະລັງງານໃໝ່ໃຫຍ່ທີ່ສຸດຂອງໂລກ ກໍຄືປະເທດປະຕິບັດຕົວຈິງໃນຂົງເຂດຄົມມະນາຄົມແບບກາກບອນຕໍ່າ.