ກອງປະຊຸມສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດບັນລຸ “ຄວາມເຫັນທີ່ເປັນເອກະພາບກັນສະຫະລັດອາຣັບເອມີເຣດ”

2023-12-14 16:32:04 CRI


ຫຼັງຈາກໄດ້ຕໍ່ເວລາປະຊຸມອີກໜຶ່ງວັນ, ກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ28ຫຼືCOP28ໄດ້ອັດລົງໃນວັນທີ13ທັນວານີ້ຢູ່ນະຄອນດູໄບສະຫະລັດອາຣັບເອມີເຣດ. ໂດຍປິ່ນອ້ອມຫຼາຍຫົວຂໍ້ເຊັ່ນ: ການທົບທວນຄືນສະພາບການຈັດຕັ້ງປະຕິບັດສັນຍາປາຣີໃນທົ່ວໂລກເປັນຄັ້ງທຳອິດ, ການຫຼຸດຜ່ອນການລະບາຍອາຍພິດເຮືອນແກ້ວ, ການປັບຕົວ, ເງິນທຶນ, ຜົນເສຍຫາຍ, ການຫັນປ່ຽນຢ່າງຍຸຕິທຳແລະອື່ນໆ, ກອງປະຊຸມໄດ້ບັນລຸ “ຄວາມເຫັນທີ່ເປັນເອກະພາບກັນສະຫະລັດອາຣັບເອມີເຣດ” ເຊິ່ງມີຄວາມໝາຍສຳຄັນທີ່ເປັນຂີດໝາຍທາງປະຫວັດສາດ. 

ໃນໄລຍະຈັດກອງປະຊຸມ, ບັນດາຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບຫົວຂໍ້ສຳຄັນຕ່າງໆເຊັ່ນການເປີດນຳໃຊ້ກອງທຶນຜົນເສຍຫາຍແລະອື່ນໆ, ໄດ້ບັນລຸການບຸກທະລຸໃນດ້ານຕ່າງໆເປັນຕົ້ນ ຂອບເປົ້າໝາຍປັບຕົວທົ່ວໂລກ, ແຜນງານຊ່ອງທາງຫັນປ່ຽນຢ່າງຍຸຕິທຳແລະອື່ນໆ. ກອງປະຊຸມຍັງຕົກລົງໃຫ້ອາແຊກໄບຊານເປັນເຈົ້າພາບຈັດກອງປະຊຸມCOP29.