ກອງປະຊຸມອົງການສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ນະຄອນດູໄບມີຄວາມໝາຍສຳຄັນເປັນຂີດໝາຍທາງປະຫວັດສາດ

2023-12-15 11:17:11 CRI

    ວັນທີ 14 ທັນວານີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ທີ່ຈັດຂຶ້ນຢູ່ນະຄອນດູໄບຂອງສະຫະລັດອາຣັບ ເອມິເຣດັໄດ້ບັນລຸສັນຍາ, ຜູ້ຕາງໜ້າຝ່າຍພາຄີຕ່າງໆໄດ້ທົບທວນຄືນສະພາບການຈັດຕັ້ງປະຕິບັດສັນຍາປາຣີໃນທົ່ວໂລກເປັນຄັ້ງທຳອິດ ໂດຍແນໃສ່ບັນລຸເປົ້າໝາຍຂອງສົນທິສັນຍາ. ເລຂາບໍລິຫານງານຂອງສົນທິສັນຍາກ່າວໃນພິທີອັດກອງປະຊຸມວ່າ: ສົນທິສັນຍາ COP28 ເປັນຂີດໝາຍສະແດງໃຫ້ເຫັນການເລີ່ມຕົ້ນທີ່ຍຸກເຊື້ອໄຟຟອດຊິວຈະສິ້ນສຸດລົງ. ຈີນຕີລາຄາແນວໃດຕໍ່ຜົນກອງປະຊຸມຄັ້ງນີ້.



    ທ່ານນາງເໝົານີງໃຫ້ຮູ້ວ່າ: ວັນທີ 13 ທັນວານີ້,ກອງປະຊຸມ COP28 ຜ່ານການເຈລະຈາດ້ວຍຂໍ້ຫຍຸ້ງຍາກມາເປັນເວລາ 2 ອາທິດ ແລະ ຕໍ່ເວລາກອງປະຊຸມອອກໄປອີກ 1 ວັນ ແລ້ວອັດລົງ. ກອງປະຊຸມໄດ້ທົບຄວນຄືນສະພາບການຈັດຕັ້ງປະຕິບັດສັນຍາປາຣີໃນທົ່ວໂລກເປັນຄັ້ງທຳອິດ ນັບແຕ່ສັນຍາສະບັບນີ້ມີຜົນບັງຄັບໃຊ້ເປັນຕົ້ນມາ,ໄດ້ເສີມຂະຫຍາຍທ່າອ່ຽງທີ່ທົ່ວໂລກຫັນປ່ຽນຮູບແບບການພັດທະນາເປັນແບບສີຂຽວ ແລະ ການກາກບອນຕ່ຳຕື່ມອີກ, ມີຄວາມໝາຍສຳຄັນເປັນຂີດໝາຍທາງປະຫວັດສາດ. ກອງປະຊຸມຈັດຂຶ້ນຢ່າງສຳເລັດຜົນໄດ້ສ່ອງແສງໃຫ້ເຫັນເຖິງ ຝ່າຍຕ່າງໆມີຄວາມຮັບຮູ້ທີ່ເປັນເອກະພາບກັນໃນລະດັບສູງຕໍ່ຄວາມຮີບດ່ວນຂອງການຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ.