ທ່ານປູຕິນ: ການຮ່ວມມືຣັດເຊຍ-ຈີນໄດ້ບັນລຸເຖິງລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

2023-12-15 11:15:49 CRI



ວັນທີ14ທັນວານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນປະຈຳປີຢູ່ນະຄອນຫຼວງມົດສະກູຂອງຣັດເຊຍພ້ອມທັງອ໋ອນລາຍໂດຍກົງກັບປະຊາຊົນຣັດເຊຍ.

ໃນເວລາກ່າວເຖິງສາຍພົວພັນຣັດເຊຍ-ຈີນ, ທ່ານປູຕິນກ່າວຢືນຢັນວ່າ: ການຮ່ວມມືລະຫວ່າງຣັດເຊຍ-ຈີນໄດ້ບັນລຸເຖິງລະດັບສູງສຸດແບບບໍ່ເຄີຍມີມາກ່ອນ, ສາຍພົວພັນຣັດເຊຍ-ຈີນເປັນສິ່ງຮັບປະກັນສະຖຽນລະພາບຂອງໂລກ. 

ທ່ານປູຕິນກ່າວຕື່ມວ່າ: ມູນຄ່າການຄ້າສອງຝ່າຍຣັດເຊຍ-ຈີນໃນປີ2023ຄາດວ່າຈະບັນລຸເຖິງ220-230ຕື້ໂດລາ. ທ່ານຍັງກ່າວຢືນຢັນວ່າ: ການຮ່ວມມືລະຫວ່າງປະເທດອົງການບຣິກສບໍ່ໄດ້ແນໃສ່ຝ່າຍທີສາມ ແຕ່ຫາກແມ່ນເພື່ອຜົນປະໂຫຍດຮ່ວມຂອງປະເທດຕ່າງໆ.