ສະພາເອີຣົບຕົກລົງດໍາເນີນການເຈລະຈາເພື່ອຮັບເອົາອູແກຣນເຂົ້າເປັນສະມາຊິກສະຫະພາບເອີຣົບ

2023-12-15 10:40:02 CRI

 

   ວັນທີ 14 ທັນວານີ້, ກອງປະຊຸມສຸດຍອດສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ. ອີງຕາມວາລະກອງປະຊຸມ, ຜູ້ນໍາປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມຈະເປິກສາຫາລືໂດຍສຸມໃສ່ປິ່ນອ້ອມຫົວຂໍ້ຕ່າງໆເປັນຕົ້ນແມ່ນຈະດໍາເນີນການເຈລະຈາເພື່ອຮັບເອົາອູແກຣນເຂົ້າເປັນສະມາຊິກສະຫະພາບເອີຣົບຫຼືບໍ່. ທ່ານ ຊາກລ ມິເຊວ ປະທານ ສະພາເອີຣົບ ໄດ້ແຈ້ງຜ່ານສື່ສັງຄົມອອນລາຍວ່າ: ສະຫະພາບເອີຣົບໄດ້ຕົກລົງດໍາເນີນການເຈລະຈາເພື່ອຮັບເອົາອູແກຣນເຂົ້າເປັນສະມາຊິກ.


   ກ່ອນໜ້ານີ້, ຮົງກາຣີໄດ້ຄັດຄ້ານສະຫະພາບເອີຣົບດໍາເນີນການເຈລະຈາກັບອູແກຣນມາໂດຍຕະຫຼອດ. ເນື່ອງຈາກວ່າການດໍາເນີນການເຈລະຈາເພື່ອຮັບເອົາປະເທດເຂົ້າເປັນສະມາຊິກນັ້ນແມ່ນຕ້ອງໃຫ້ 27 ປະເທດສະມາຊິກສະຫະພາບເອີຣົບເຫັນດີເປັນເອກະພາບກັນຈຶ່ງສາມາດບັງເກີດຜົນໄດ້, ສະນັ້ນ, ຮົງກາຣີຈະມີທ່າທີແນວໃດໃນກອງປະຊຸມສຸດຍອດຄັ້ງນີ້ແມ່ນໄດ້ຮັບຄວາມສົນໃຈຈາກວົງການພາຍນອກ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທ່ານ ອໍບານ ວິກເຕີ ນາຍົກລັດຖະມົນຕີຮົງກາຣີ ໄດ້ອອກຈາກຫ້ອງປະຊຸມໃນເວລາຜູ້ນໍາສະຫະພາບເອີຣົບລົງຄະແນນສຽງຕໍ່ບັນຫາຈະດໍາເນີນການເຈລະຈາເພື່ອຮັບເອົາອູແກຣນເຂົ້າເປັນປະເທດສະມາຊິກຫຼືບໍ່, ໃນທີ່ສຸດ, ສະຫະພາບເອີຣົບຈຶ່ງໄດ້ຮັບຮອງຂໍ້ຕົກລົງທີ່ກ່ຽວຂ້ອງພາຍໃຕ້ກໍລະນີທີ່ບໍ່ມີປະເທດສະມາຊິກລົງຄະແນນສຽງຄັດຄ້ານ.