ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນຈະຮ່ວມກັນກັບປະຊາຄົມໂລກພະຍາຍາມຢ່າງບໍ່ລົດລະເພື່ອຍຸດຕິສົງຄາມຢູ່ເຂດກາຊາໂດຍໄວ

2023-12-16 15:11:23 CRI

 

ວັນທີ 15 ທັນວານີ້, ທ່ານຈ່າງຈູ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນຈະຮ່ວມກັນກັບປະຊາຄົມໂລກ, ສືບຕໍ່ປະຕິບັດງານເພື່ອຟື້ນຟູສັນຕິພາບແລະກອບກູ້ຊີວິດ, ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອຍຸດຕິສົງຄາມຢູ່ເຂດກາຊາ, ປະຕິບັດ “ແຜນການສອງປະເທດ”ແລະບັນລຸສັນຕິພາບຖາວອນຢູ່ເຂາດຕາເວັນອອກກາງໂດຍໄວ.

 

ທ່ານຈ່າງຈູ່ນກ່າວໃນກອງປະຊຸມວິສາມັນສຸກເສີນຂອງອົງການສະຫະປະຊາຊາດກ່ຽວກັບບັນຫາປາແລັດສະຕິນແລະອິດສະຣາແອນວ່າ: ຈີນສະແດງຄວາມຊົມເຊີຍຕໍ່ກອງປະຊຸມວິສາມັນສຸກເສີນຂອງສະມັດຊາໃຫຍ່ອົງການສປຊໄດ້ຜ່ານມະຕິໃນວັນທີ 12 ທັນວານີ້, ໂດຍຮຽກຮ້ອງໃຫ້ບັນລຸການຢຸດຍິງດ້ານມະນຸດສະທຳໃນທັນທີຢູ່ເຂດກາຊາ. ຈີນເຕືອນໃຫ້ອິດສະຣາແອນຮັບຟັງຄວາມຮຽກຮ້ອງໂດຍທົ່ວໄປຂອງປະຊາຄົມໂລກ, ຍຸດຕິການໂຈມຕີທາງການທະຫານຢ່າງບໍ່ມີຄວາມຈຳແນກໃນທັນທີ, ຍຸດຕິການລົງໂທດລວມໝູ່ຕໍ່ມວນຊົນຢູ່ເຂດກາຊາໃນທັນທີ, ສະກັດກັ້ນຄວາມຮຸນແຮງຢູ່ຈຸດຕັ້ງຖິ່ນຖານຊາວຢິວທີ່ນັບມື້ນັບຮຸນແຮງຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຢ່າງແທ້ຈິງ.