ນາຍົກລັດຖະມົນຕີອິດສະຣາແອນກ່າວວ່າ: ການເຄື່ອນໄຫວຂອງທະຫານອິດສະຣາແອນຢູ່ເຂດກາຊາຈະສືບຕໍ່ດຳເນີນໄປ

2023-12-17 14:49:35 cri

 

“ໜັງສືພິມອິດສະຣາແອນແທມສະບັບວັນທີ 18 ທັນວານີ້” ລາຍງານວ່າ: ໃນຕອນຄ່ຳມື້ດຽວກັນ, ທ່ານເບັນຈາມິນ ເນທັນຢະຮູ ນາຍົກລັດຖະມົນຕີອິດສະຣາແອນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ທ່ານ ແລະປະເທດຮູ້ສຶກໂສກເສົ້າຕໍ່ເຫດການສັງຫານຕົວປະກັນ 3 ຄົນທີ່ຜິດພາດໂດຍທະຫານປ້ອງກັນປະເທດອິດສະຣາແອນ.

 

ທ່ານກ່າວຕື່ມວ່າ: ເຖິງວ່າປະຊາຄົມສາກົນໄດ້ໃຊ້ຄວາມກົດດັນ, ແຕ່ການເຄື່ອນໄຫວຂອງທະຫານປ້ອງກັນປະເທດອິດສະຣາແອນຢູ່ເຂດກາຊາຍັງຈະສືບຕໍ່ດຳເນີນໄປ.