ການເຈລະຈາກ່ຽວກັບອູແກຣນເຂົ້າເປັນສະມາຊິກສະຫະພາບເອີລົບຍັງຕ້ອງການສ້າງກົດໝາຍຫໃ້ສຳເລັດ 2.700 ກວ່າສະບັບ

2023-12-17 11:10:33 CRI

    ເວັບໄຊຂອງລັດຖະບານອູແກຣນລາຍງານໃນວັນທີ 15 ທັນວານີ້ວ່າ: ມື້ດຽວກັນ, ໃນກອງປະຊຸມຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ແລະ ລັດ, ທ່ານເດນິສ ສະມີຮານ ນາຍົກລັດຖະມົນຕີອູແກຣນກ່າວວ່າ, ອູແກຣນໄດ້ລົງມືຈັດການເຈລະຈາເພື່ອເຂົ້າເປັນສະມາຊິກສະຫະພາບເອີລົບ, ແຕ່ສິ່ງນີ້ແມ່ນວຽກງານທີ່ລຳບາກຫຼາຍ, ອູແກຣນຍັງຕ້ອງສ້າງແລະປັບປຸງກົດໝາຍໃຫ້ສຳເລັດ 2.739 ສະບັບເພື່ອບັນລຸໃຫ້ເປັນເອກະພາບກັນກັບກົດໝາຍສະຫະພາບເອີລົບ.



    ອູແກຣນໄດ້ສະເໜີຄຳຮ້ອງຂໍເຂົ້າເປັນສະມາຊິກສະຫະພາບເອີລົບໃນເດືອນກຸມພາປີ 2022, ໂມນດາວີກໍ່ໄດ້ສະເໜີຂໍ້ຄຳຮ້ອງຂໍໃນເດືອນມີນາປີດຽວກັນ. ເດືອນມິຖຸນາປີ2022, ສອງປະເທດດັງກ່າວໄດ້ກາຍເປັນປະເທດສະໝັກຮັບການເຂົ້າຮ່ວມສະຫະພາບເອີລົບ.ເດືອນພະຈິກປີນີ້, ຄະນະກຳມະການສະຫະພາບເອີລົບສະເໜີໃຫ້ເລີ່ມຈັດການເຈລະຈາກ່ຽວກັບອູແກຣນ ແລະ ໂມນດາວີເຂົ້າເປັນສະມາຊິກສະຫະພາບເອີລົບ.