ຂະແໜງການທ່ອງທ່ຽວໄດ້ຟື້ນຟູເຖິງເກືອບ 90% ຂອງລະດັບກ່ອນການແພ່ລະບາດພະຍາດໂຄວິດ-19

2023-12-17 11:14:32 CRI

    ຫວ່າງມໍ່ໆມານີ້, ອົງການທ່ອງທ່ຽວໂລກຂອງອົງການສະຫະປະຊາຊາດກ່າວຢູ່ໃນສຳນັກງານໃຫຍ່ທີ່ມາດຣິດວ່າ: ຄາດວ່າ ຮອດທ້າຍປີ 2023, ຂະແໜງການທ່ອງທ່ຽວຂອງໂລກຈະໄດ້ຮັບຄວາມຄືບໜ້າຢ່າງແທ້ຈິງ.

 

    ອີງຕາມບົດລາຍງານ ກ່ຽວກັບການທ່ອງທ່ຽວທົ່ວໂລກປະຈຳໄຕມາດທີສາມປີ 2023ທີ່ອົງການທ່ອງທ່ຽວໂລກເປີດເຜີຍຫຼ້າສຸດ,ນັກທ່ອງທ່ຽວສາກົນທີ່ປະເທດເປົ້າໝາຍການທ່ອງທ່ຽວຕົ້ນຕໍໃນໂລກຕ້ອນຮັບໄດ້ເພີ່ມຂຶ້ນ 22% ເມື່ອ

ທຽວກັບໄລຍະດຽວກັນປີກາຍນີ້.



    ເວົ້າລວມແລ້ວ, ໃນລະຫວ່າງເດືອນມັງກອນ ຫາ ເດືອນກັນຍາປີ 2023,ຂະແໜງການທ່ອງທ່ຽວໂລກໄດ້ຟື້ນຟູເຖິງ 87% ຂອງລະດັບກ່ອນການແພ່ລະບາດພະຍາດໂຄວິດ-19. ບົດລາຍງານລະບຸວ່າ: ຂະແໜງການທ່ອງທ່ຽວໂລກມີຫວັງຈະຟື້ນຟູເຖິງລະດັບເກືອບ 90% ໃນທ້າຍປີນີ້.