ຣັດເຊຍປະກາດວ່າຈະຍົກເລີກພາສີສົ່ງອອກນ້ຳມັນດິບແຕ່ວັນທີ 1 ມັງກອນປີ 2024

2023-12-17 14:48:08 cri

 

ເມື່ອບໍ່ດົນມານີ້, ສື່ມວນຊົນຣັດເຊຍໄດ້ລາຍງານວ່າ: ກະຊວງການເງິນຣັດເຊຍໄດ້ປະກາດວ່າຈະຍົກເລີກພາສີສົ່ງອອກນ້ຳມັນດິບນັບແຕ່ວັນທີ 1 ມັງກອນປີ 2024 ເປັນຕົ້ນໄປ. ບົດລາຍງານໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນປີ 2024 ເປັນຕົ້ນໄປ, ພາສີສົ່ງອອກນ້ຳມັນດິບຈາກຣັດເຊຍຈະຫຼຸດລົງ 24,7 ໂດລາ, ກາຍເປັນ 0,00 ໂດລາຕໍ່ໂຕນ.

 

ສິນຄ້າທີ່ມີອັດຕາພາສີສົ່ງອອກທີ່ຖືກຍົກເລີກ ຫຼືຫຼຸດລົງຍັງປະກອບມີ: ຜະລິດຕະພັນນ້ຳມັນເຊື້ອໄຟສີອ່ອນ ແລະສີເຂັ້ມ, ນ້ຳມັນແຮ່, ນ້ຳມັນແອັດຊັງທາງການຄ້າ, ອາຍແກັສແຫຼວ ແລະອື່ນໆ.