ບໍລິສັດຂົນສົ່ງຕູ້ຄອນເທນເນີຫຼາຍແຫ່ງຢຸດການເດີນເຮືອໃນທະເລແດງ

2023-12-17 14:48:53 cri

 

ເມື່ອບໍ່ດົນມານີ້, ຢູ່ທະເລແດງ ແລະເຂດນ້ຳໃກ້ຄຽງໄດ້ເກີດເຫດການໂຈມຕີເຮືອບັນທຸກສິນຄ້າຫຼາຍເທື່ອ. ບໍລິສັດຂົນສົ່ງຕູ້ຄອນເທນເນີຫຼາຍແຫ່ງໄດ້ປະກາດວ່າ: ຢຸດການເດີນເຮືອຕູ້ຄອນເທນເນີທັງໝົດຢູ່ທະເລແດງ ແລະເຂດນ້ຳໃກ້ຄຽງ.

 

ນັບແຕ່ການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ແລະອິດສະຣາແອນໄດ້ເກີດຂຶ້ນເມື່ອວັນທີ 7 ຕຸລາປີນີ້ເປັນຕົ້ນມາ, ກຸ່ມປະກອບອາວຸດໂຮຊີຂອງເຢເມນໄດ້ປະກາດຫຼາຍເທື່ອວ່າໂຈມຕີໃສ່ເປົ້າໝາຍພາຍໃນອິດສະຣາແອນ,ໂດຍໄດ້ບຸດໂຈມຕີເປົ້າໝາຍຢູ່ທະເລແດງຫຼາຍເທື່ອດ້ວຍຂີປະນາວຸດ ແລະເຮຶອບິນບໍ່ມີຄົນຂັບ. ນັບແຕ່ກາງເດືອນພະຈິກເປັນຕົ້ນມາ, ກຸ່ມປະກອບອາວຸດໂຮຊີໄດ້ຂະຫຍາຍຂອບເຂດການໂຈມຕີໃສ່ເປົ້າໝາຍອິດສະຣາແອນ, ເລີ່ມໂຈ່ມຕີ “ເຮືອທີ່ກ່ຽວຂ້ອງກັບອິດສະຣາແອນ” ຢູ່ທະເລແດງ, ແລະເພີ່ມທະວີການຂົ່ມຂູ່ທີ່ກ່ຽວຂ້ອງຢ່າງບໍ່ຢຸດຢັ້ງ.

 

ຄອງຊູແອັດ-ທະເລແດງແມ່ນໜຶ່ງໃນເສັ້ນທາງນ້ຳສາກົນທີ່ຫຍຸ້ງທີ່ສຸດໃນໂລກ. ນັກວິເຄາະກັງວົນວ່າ: ຖ້າຄວາມເຄັ່ງຕຶງໃນທະເລແດງ ແລະເຂດນ້ຳໃກ້ຄຽງເພີ່ມຄວາມຮຸນແຮງຂຶ້ນ, ການຂົນສົ່ງທາງນ້ຳຈະຖືກລົບກວນຕື່ມອີກ, ຕ່ອງໂສ້ການສະໜອງສາກົນອາດຈະໄດ້ຮັບຜົນກະທົບ.