ທະຫານອິດສະຣາແອນເປີດເຜີຍວ່າ: ໄດ້ຄົ້ນພົບອຸມົງໃຕ້ດິນຂະໜາດໃຫຍ່ທີ່ສຸດຂອງກຸ່ມຮາມາສຢູ່ເຂດກາຊາ

2023-12-18 14:47:16 cri

 

ວັນທີ 17 ທັນວານີ້, ກອງທັບປ້ອງກັນປະເທດອິດສະຣາແອນໄດ້ອອກຖະແຫຼງການວ່າ: ທະຫານອິດສະຣາແອນໄດ້ຄົ້ນພົບອຸມົງໃຕ້ດິນຂະໜາດໃຫຍ່ຂອງອົງການເຄື່ອນໄຫວຕໍ່ຕ້ານຂອງອິດສະລາມິກປາແລັດສະຕິນ ຫຼືກຸ່ມຮາມາສຢູ່ໃກ້ກັບດ່ານເອເຣສທີ່ຕັ້ງຢູ່ເຂດຊາຍແດນລະຫວ່າງພາກເໜືອເຂດກາຊາ ກັບອິດສະຣາແອນ, ເຊິ່ງແມ່ນອຸມົງໃຕ້ດິນຂະໜາດໃຫຍ່ທີ່ສຸດຂອງເຂດກາຊາທີ່ຄົ້ນພົບໂດຍທະຫານອິດສະຣາແອນມາຮອດປັດຈຸບັນນີ້.

 

ຖະແຫຼງການດັ່ງກ່າວຍັງລະບຸວ່າ: ອຸມົງນີ້ແມ່ນຫ່າງຈາກດ່ານເອເຣສພຽງແຕ່ 400 ແມັດເທົ່ານັ້ນ, ມີຄວາມຍາວຫຼາຍກວ່າ 4 ກິໂລແມັດ, ມີຄວາມເລິກປະມານ 50 ແມັດ, ມີບາງບ່ອນສາມາດຮອງຮັບຍານພາຫະນະຂະໜາດໃຫຍ່ໄດ້. ອຸມົງນີ້ມີທາງແຍກຫຼາຍບ່ອນ, ມີອຸປະກອນໄຟຟ້າ, ອຸປະກອນບຳບັດນ້ຳເປື້ອນ, ປະຕູປ້ອງກັນລະເບີດ ແລະອື່ນໆ. ມາຮອດປັດຈຸບັນນີ້, ຍັງບໍ່ທັນມີຫຼັກຖານຢັ້ງຢືນວ່າອຸມົງນີ້ໄດ້ຂະຫຍາຍອອກຈາກເຂດກາຊາເຂົ້າໄປອິດສະຣາແອນຫຼືບໍ່.