ທ່ານປູຕີນກ່າວວ່າ: ຣັດເຊຍບໍ່ມີເຈຕະນາກໍ່ສົງຄາມກັບປະເທດນາໂຕ

2023-12-18 15:31:45 cri


   ວັນທີ 17 ທັນວານີ້, ສື່ມວນຊົນຣັດເຊຍລາຍງານວ່າ: ໃນເວລາໃຫ້ສຳພາດຕໍ່ນັກຂ່າວໂທລະພາບຣັດເຊຍ ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍກ່າວວ່າ: ຣັດເຊຍບໍ່ມີເຈຕະນາກໍ່ສົງຄາມກັບປະເທດນາໂຕ, ແຕ່ກຸ່ມນາໂຕຊ້ຳພັດກໍ່ບັນຫາຂຶ້ນ.

   ການສຳພາດດັ່ງກ່າວໄດ້ເປີດເຜີຍຜ່ານສື່ສັງຄົມອອນລາຍສ່ວນຕົວຂອງນັກຂ່າວຄົນນີ້ໃນວັນທີ17ທັນວານີ້.ທ່ານປູຕີນກ່າວວ່າ: ຣັດເຊຍບໍ່ມີເຫດຜົນກໍ່ສົງຄາມກັບນາໂຕ, ບໍ່ວ່າແມ່ນຜົນປະໂຫຍດດ້ານການເມືອງພູມສາດ, ເສດຖະກິດ ຫຼື ການທະຫານ,ການກໍ່ສົງຄາມລ້ວນແຕ່ບໍ່ມີຜົນປະໂຫຍດຕໍ່ ຣັດເຊຍ. ທ່ານເວົ້າວ່າ:ຣັດເຊຍບໍ່ຢາກທຳລາຍການພົວພັນກັບນາໂຕ, ທັງມີເຈຕະນາຢາກຂະຫຍາຍການພົວພັນກັບປະເທດນາໂຕ.

   ທ່ານປູຕີນກ່າວຕື່ມວ່າ: ເຖິງວ່າລະຫວ່າງຣັດເຊຍແລະປະເທດນາໂຕບໍ່ມີບັນຫາຫຍັງ, ແຕ່ນາໂຕຊ້ຳພັດກໍ່ບັນຫາຂຶ້ນ, ເພາະວ່ານາໂຕບໍ່ຍອມມີຄູ່ແຂ່ງ ຄືຣັດເຊຍ.