ສື່ມວນຊົນຊີຣີ: ກອງທະຫານອາເມຣິກາລັກຂົນເປືອກເຂົ້າເບຣແລະນ້ຳມັນເຊື້ອໄຟທີ່ລັກຢູ່ຊີຣີໄປອີຣັກ

2023-12-18 16:30:46 cri

      ສຳນັກຂ່າວສານຊີຣີລາຍງານໃນວັນທີ 17 ທັນວານີ້ໃຫ້ຮູ້ວ່າ: ໃນມື້ດັ່ງກ່າວ, ກອງທະຫານອາເມຣິກາໄດ້ລັກຂົນເປືອກເຂົ້າເບຣແລະນ້ຳມັນເຊື້ອໄຟທີ່ລັກຢູ່ຊີຣີໄປອີຣັກ.

      ສຳນັກຂ່າວສານຊີຣີໄດ້ອ້າງຂໍ້ມູນຕາມຄຳເວົ້າຂອງບຸກຄົນທີ່ກ່ຽວຂ້ອງຢູ່ທ້ອງຖິ່ນມາລາຍງານວ່າ: ໃນມື້ດັ່ງກ່າວ, ຂະບວນລົດທີ່ປະກອບດ້ວຍລົດບັນທຸກນ້ຳມັນ 40 ຄັນຂອງກອງທະຫານອາເມຣິກາໄດ້ຂົນສົ່ງນ້ຳມັນເຊື້ອໄຟທີ່ລັກຂຸດຢູ່ບໍ່ນ້ຳມັນຂອງຊີຣີໄປຖານທັບຂອງກອງທະຫານອາເມຣິກາທີ່ປະຈຳຢູ່ອີຣັກ. ໃນມື້ດຽວກັນ, ຂະບວນລົດຂອງກອງທະຫານອາເມຣິກາທີ່ປະກອບດ້ວຍລົດບັນທຸກ 55 ຄັນໄດ້ຂົນເປືອກເຂົ້າເບຣທີ່ລັກເອົາຢູ່ຊີຣີໜີອອກຈາກເຂດພາກຕາເວັນອອກສຽງເໜືອຂອງຊີຣີແລະໄດ້ຜ່ານຈຸດຂ້າມຊາຍແດນທີ່ຜິດກົດໝາຍແລ້ວສົ່ງໄປອີຣັກ. ຢູ່ໃນຂະບວນລົດດັ່ງກ່າວຍັງມີລົດຫຼາຍຄັນທີ່ໄດ້ບັນທຸກນ້ຳມັນເຊື້ອໄຟທີ່ລັກຂຸດຢູ່ບໍ່ນ້ຳມັນຂອງຊີຣີຕື່ມອີກ.