ອິດສະຣາແອນ: ການເຄື່ອນໄຫວທາງການທະຫານຢູ່ເຂດກາຊາຈະຄ່ອຍໆກ້າວໄປສູ່ໄລຍະຕໍ່ໜ້າ

2023-12-19 17:01:30 cri

   ວັນທີ18ທັນວານີ້, ທ່ານ ໂຢອັຟ ກາດແລນ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວຢູ່ນະຄອນຫຼວງເຕວ ອາວີຟ ວ່າ: ການເຄື່ອນໄຫວຂອງທະຫານອິດສະຣາແອນຢູ່ເຂດກາຊາຈະຄ່ອຍໆກ້າວໄປສູ່ໄລຍະຕໍ່ໜ້າ.

   ທ່ານລອຍ ໂອສຕີນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ໄປຢ້ຽມຢາມອິດສະຣາແອນໃນມື້ດຽວກັນ,ທັງໄດ້ພົບປະກັບທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ແລະທ່ານໂຢອັຟ ກາດແລນ, ໂດຍໄດ້ເປິກສາຫາລືບັນຫາຕ່າງໆເຊັ່ນ: ການເຄື່ອນໄຫວທາງການທະຫານຢູ່ເຂດກາຊາຄ່ອຍໆຜ່ອນຄາຍລົງແລະອື່ນໆ. ທ່ານໂອສຕີນກ່າວວ່າ: ອາເມຣິກາຈະສືບຕໍ່ສະໜອງການຊ່ວຍເຫຼືອທາງການທະຫານໃຫ້ອິດສະຣາແອນ ຄື:ລູກປືນ,ຍານພາຫະນະແລະລະບົບປ້ອງກັນໄພທາງອາກາດເປັນຕົ້ນ.