ອົງການຢູເນັສໂກ: ປີນີ້ ມີນັກຂ່າວຢ່າງໜ້ອຍ 38 ຄົນປະສົບເຄາະຮ້າຍ ຢູ່ເຂດປະທະກັນ

2023-12-20 10:38:16 cri


   ວັນທີ 19 ທັນວານີ້, ອົງການເພື່ອການສຶກສາ ວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນັສໂກໄດ້ອອກຖະແຫຼງການວ່າ: ປີນີ້ ມີນັກຂ່າວແລະຜູ້ເຮັດວຽກສື່ມວນຊົນຢ່າງໜ້ອຍ 38 ຄົນປະສົບເຄາະຮ້າຍຢູ່ເຂດປະທະກັນ,ຕົວເລກນີ້ໄດ້ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ 2 ປີຜ່ານມາ.

   ຖະແຫຼງການດັ່ງກ່າວລະບຸວ່າ:ເຫດການນັກຂ່າວປະສົບເຄາະຮ້າຍຢູ່ເຂດປະທະກັນໃນປີນີ້ ສ່ວນຫຼາຍມີສ່ວນກ່ຽວຂ້ອງກັບການປະທະກັນຢ່າງຕໍ່ເນື່ອງຢູ່ເຂດຕາເວັນອອກກາງ. ໃນສາມເດືອນທ້າຍປີນີ້ ມີນັກຂ່າວ 27 ຄົນເສຍຊີວິດຢູ່ເຂດປະທະກັນ,ເຊິ່ງແມ່ນໄຕມາດທີ່ມີນັກຂ່າວປະສົບເຄາະຮ້າຍຢູ່ເຂດປະທະກັນຈຳນວນຫຼາຍທີ່ສຸດນັບແຕ່ປີ 2007 ເປັນຕົ້ນມາ. ອີງຕາມຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ: ຈຳນວນນັກຂ່າວທີ່ປະສົບເຄາະຮ້າຍຢູ່ເຂດ ປະທະກັນໃນປີກາຍນີ້ມີ 28 ຄົນ ແລະປີກ່ອນມີ 20 ຄົນ.