ຈີນກ່າວວ່າ: ການບັນລຸການຢຸດຍິງຢູ່ເຂດກາຊາຍັງແມ່ນເງື່ອນໄຂເບື້ອງຕົ້ນທີ່ຢູ່ເໜືອກວ່າສິ່ງອື່ນໃດ

2023-12-20 14:55:06 cri

 

    ວັນທີ 19 ທັນວານີ້, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ເນັ້ນໜັກຢູ່ກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາອິດສະຣາແອນ-ປາແລັດສະຕິນວ່າ: ການບັນລຸການຢຸດຍິງຢູ່ເຂດກາຊາຍັງແມ່ນເງື່ອນໄຂເບື້ອງຕົ້ນທີ່ຢູ່ເໜືອກວ່າສິ່ງອື່ນໃດ.

    ທ່ານຈ່າງຈວິ່ນກ່າວວ່າ: ມີພຽງແຕ່ຢຸດຍິງຈຶ່ງສາມາດຫຼີກລ່ຽງບໍ່ໃຫ້ປະຊາຊົນລວມທັງຕົວປະກັນຫຼາຍກວ່າເກົ່າເສຍຊີວິດ ແລະ ບາດເຈັບ, ຫຼີກລ່ຽງບໍ່ໃຫ້ການປະທະກັນຢູ່ພາກພື້ນສູນເສຍການຄວບຄຸມ ແລະ ຫຼີກລ່ຽງບໍ່ໃຫ້ສູນເສຍຄວາມອາດເປັນໄປໄດ້ທີ່ແກ້ໄຂຂໍ້ຂັດແຍ້ງຜ່ານທາງການເມືອງຢ່າງສິ້ນເຊີງ. ປະຊາຄົມໂລກມີຄວາມຮຽກຮ້ອງເທື່ອແລ້ວເທື່ອອີກໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີ. ແຕ່ວ່າ, ອິດສະຣາແອນຍັງໂຈມຕີ ແລະ ຖິ້ມລະເບີດຢ່າງຕໍ່ເນື່ອງ, ໂຮງຮຽນ, ໂຮງໝໍ ແລະ ສູນອົບພະຍົບເປັນຕົ້ນໄດ້ກາຍເປັນເປົ້າໝາຍຂອງການເຄື່ອນໄຫວທາງການທະຫານ, ການໂຈມຕີແບບນີ້ບໍ່ມີເຫດຜົນທີ່ຊອບທຳຫຍັງເລີຍ. ຈີນຮຽກຮ້ອງໃຫ້ອິດສະຣາແອນປັບປຸງທິດທາງນະໂຍບາຍທັນທີ, ຍຸດຕິການໂຈມຕີທາງການທະຫານທີ່ບໍ່ຈຳແນກເປົ້າໝາຍ ແລະ ຍຸດຕິການລົງໂທດແບບລວມໝູ່ຕໍ່ປະຊາຊົນຢູ່ເຂດກາຊາ.