ຈີນຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມຄວາມແຮງເຂົ້າໃນການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ອັຟການິດສະຖານ

2023-12-21 18:31:00 cri

      ວັນທີ 20 ທັນວານີ້, ທ່ານ ເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມຄວາມແຮງເຂົ້າໃນການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ອັຟການິສະຖານ,ເພີ່ມທະວີການຕິດຕໍ່ພົວພັນກັບລັດຖະບານອັຟການິດສະຖານແລະເພີ່ມທະວີການສະໜັບສະໜູນອັຟການິດສະຖານໃນການຕ້ານການກໍ່ການຮ້າຍ,ພ້ອມທັງຮຽກຮ້ອງໃຫ້ລັດຖະບານອັຟການິດສະຖານເພີ່ມທະວີການຮັບປະກັນສິດແລະຜົນປະໂຫຍດຂອງແມ່ຍິງ.

      ທ່ານ ເກີງສວງ ກ່າວວ່າ: ຈີນຍິນດີສືບຕໍ່ຮ່ວມກັບປະເທດໃນພາກພື້ນກໍຄືປະຊາຄົມໂລກ,ຊ່ວຍເຫຼືອອັຟການິດສະຖານໃຫ້ຫຼຸດພົ້ນອອກຈາກສະພາບຄວາມຫຍຸ້ງຍາກໂດຍໄວແລະບັນລຸຄວາມວັດທະນາຖາວອນແບບຍືນຍົງ.