ກອງທັບອິດສະຣາແອນກ່າວວ່າໄດ້ຄວບຄຸມ “ສູນອຳນາດ” ທີ່ຕັ້ງຢູ່ເຂດກາຊາຂອງກຸ່ມຮາມັສ

2023-12-21 11:49:40 cri

 


    ຕອນຄ່ຳວັນທີ 20 ທັນວານີ້, ທ່ານ ດານີເອ ຮາກາຣີ ໂຄສົກກອງທັບປ້ອງກັນປະເທດອິດສະຣາແອນກ່າວວ່າ: ກອງທັບອິດສະຣາແອນໄດ້ຄວບຄຸມ “ສູນອຳນາດ” ດ້ານການບໍລິຫານ ແລະ ການທະຫານ ທີ່ຕັ້ງຢູ່ເຂດກາຊາຂອງຂະບວນການຕໍ່ຕ້ານຂອງອິດສະລາມິກປາແລັດສະຕິນ ຫຼື ຮາມັສແລ້ວ.

    ທ່ານ ດານີເອ ຮາກາຣີ ກ່າວຕື່ມວ່າ: ເຂດບໍລິເວນໃກ້ກັບສະໜາມປາແລັດສະຕິນທີ່ຕັ້ງຢູ່ໃຈກາງເຂດກາຊາແມ່ນ “ສູນອຳນາດ” ດ້ານການບໍລິຫານ ແລະ ການທະຫານຂອງກຸ່ມຮາມັສ. ກອງທັບອິດສະຣາແອນໄດ້ບຸກໂຈມຕີເຂດດັ່ງກ່າວຢ່າງຕໍ່ເນື່ອງໃນຫຼາຍອາທິດມໍ່ໆມານີ້, ໂດຍໄດ້ສັງຫານຜູ້ປະກອບອາວຸດຂອງປາແລັດສະຕິນປະມານ 600 ຄົນ ແລະ ໄດ້ຄວບຄຸມເຂດດັ່ງກ່າວຢ່າງສຳເລັດຜົນ. ກອງທັບອິດສະຣາແອນໄດ້ພົບເຫັນອຸມົງໃຕ້ດິນໃຫຍ່ຢູ່ເຂດດັ່ງກ່າວ, ໂດຍໄດ້ເຊື່ອມຕໍ່ສະຖານທີ່ລີ້ຊ່ອນ ແລະ ສະຖານທີ່ເຮັດວຽກຂອງຜູ້ປະກອບອາວຸດກຸ່ມຮາມັສ  ແລະ ສະຖານທີ່ພັກອາໄສຂອງຜູ້ນຳລະດັບສູງຂອງກຸ່ມຮາມັສ.