ອົງການອະນາໄມໂລກຢູ່ພາກເໜືອເຂດກາຊາບໍ່ມີໂຮງໝໍເປີດບໍລິການເປັນປົກກະຕິແລ້ວ

2023-12-22 15:15:38 CRI

 

ວັນທີ 20 ທັນວານີ້, ທ່ານເຕໂດຣສ ອັດຮາໂນມ ເກເບຣເຢຊຸສ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ຍ້ອນທ່ານໝໍບໍ່ພຽງພໍແລະຂາດເຂີນພະລັງງານໄຟຟ້າ, ນ້ຳມັນເຊື້ອໄຟແລະວັດຖຸອຸປະກອນພື້ນຖານອື່ນໆ, ຫ້ອງຜ່າຕັດຂອງໂຮງໝໍອານ ອາລີ ອາຣັບທີ່ “ສາມາດດຳເນີນການຜ່າຕັດໃຫ້ຜູ້ບາດເຈັບແຫ່ງສຸດທ້າຍ” ຢູ່ພາກເໜືອຂອງເຂດກາຊາສືບຕໍ່ເຄື່ອນໄຫວບໍ່ໄດ້, ຢູ່ພາກເໜືອຂອງເຂດກາຊາບໍ່ມີໂຮງໝໍທີ່ເປີດບໍລິການເປັນປົກກະຕິແລ້ວ.

 

ທ່ານເຕໂດຣສ ອັດຮາໂນມເກເບຣເຢຊຸສກ່າວຜ່ານສື່ສັງຄົມອອນລາຍວ່າ:ຍ້ອນວ່າມີຜູ້ເຈັບເປັນທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນຫຼາຍເກີນໄປ, ໂຮງໝໍອານ ອາລີ ອາຣັບບໍ່ສາມາດແບກຫາບພາລະຢ່າງໜັກໜ່ວງຕໍ່ໄປໄດ້. ມີແພດໝໍປະມານ 10 ຄົນສືບຕໍ່ສະໜອງຄວາມຊ່ວຍເຫຼືອສຸກເສີນ, ການປິ່ນປົວແລະການດູແລບາດແຜຂັ້ນພື້ນຖານ. ມີຜູ້ບາດເຈັບທັງໝົດ 80 ຄົນລວມທັງຜູ້ເຖົ້າແລະເດັກນ້ອຍກຳລັງຫຼົບໄພຢູ່ໂຮງໝໍແຫ່ງນີ້. ປັດຈຸບັນ, ຢູ່ພາກເໜືອຂອງເຂດກາຊາມີພຽງແຕ່ໂຮງໝໍ 4 ແຫ່ງເທົ່ານັ້ນທີ່ຍັງເຄື່ອນໄຫວວຽກງານແຕ່ມີຂອບເຂດຈຳກັດຕ່ຳທີ່ສຸດ.