ຈີນຮຽກຮ້ອງໃຫ້ຍຸດຕິການເຄື່ອນໄຫວທາງການທະຫານທີ່ຜິດກົດໝາຍທຸກຢ່າງຢູ່ຊີຣີ

2023-12-22 16:30:45 cri

      ວັນທີ 21 ທັນວານີ້, ທ່ານ ຊຸ່ນຈື້ສຽງ ທີ່ເປິກສາຂັ້ນອັກຄະລັດຖະທູດຂອງຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວໃນກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາມະນຸດສະທຳທາງການເມືອງຢູ່ຊີຣີວ່າ: ວຽກງານຮີບດ່ວນໃນປັດຈຸບັນແມ່ນຍຸດຕິການເຄື່ອນໄຫວທາງການທະຫານທີ່ຜິດກົດໝາຍທຸກຢ່າງຢູ່ຊີຣີ ແລະສິ້ນສຸດການເຄື່ອນໄຫວດ້ານການທະຫານທີ່ຜິດກົດໝາຍຢູ່ຊີຣີ.


      ທ່ານ ຊຸ່ນຈື້ສຽງ ກ່າວຕື່ມວ່າ: ປັດຈຸບັນ,ສະພາບແວດລ້ອມອ້ອມຂ້າງຢູ່ຊີຣີໄດ້ມີການປ່ຽນແປງຢ່າງຕໍ່ເນື່ອງ,ຄວາມສ່ຽງຍ້ອນຜົນກະທົບຈາກສະຖານະການລະຫວ່າງປາແລັດສະຕິນ-ອິດສະຣາແອນແມ່ນເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ເກີດມີຜົນກະທົບທີ່ສັບສົນຕໍ່ສະຖານະການຊີຣີ. ຫວ່າງມໍ່ໆມານີ້, ສະຖານທີ່ຫຼາຍແຫ່ງຂອງຊີຣີລວມທັງສະໜາມບິນສາກົນດາມັສໄດ້ຖືກໂຈມຕີທາງອາກາດຢູ່ເລື້ອຍໆ,ຈີນສະແດງຄວາມກັງວົນຢ່າງຈິງໃຈຕໍ່ເລື່ອງນີ້. ຈີນຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຮັກສາຄວາມອົດກັ້ນໄວ້ແລະຄວາມໃຈເຢັນ,ຫຼີກລ່ຽງບໍ່ໃຫ້ໃຊ້ການກະທຳໃດໆທີ່ອາດຈະພາໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ,ອອກແຮງສຸດຂີດເພື່ອຫຼຸດຜ່ອນຄວາມສ່ຽງດ້ານຄວາມໝັ້ນຄົງໃນພາກພື້ນໃຫ້ໜ້ອຍລົງ. ປະຊາຄົມໂລກໂດຍສະເພາະແມ່ນປະເທດໃຫຍ່ຕ້ອງເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອປ້ອງກັນບໍ່ໃຫ້ການປະທະກັນແຜ່ລາມອອກໄປວົງກວ້າງຕື່ມອີກ.