ປານາມາຈັດ "ວັນໄວ້ອາໄລແຫ່ງຊາດ" ເພື່ອໄວ້ອາໄລເຖິງຜູ້ເສຍຊີວິດຈາກການຮຸກຮານຂອງທະຫານອາເມຣິກາ

2023-12-23 14:52:40 cri


ຂ່າວສານຊິ່ນຮວາລາຍງານວ່າ: ວັນທີ 20 ທັນວານີ້, ປານາມາໄດ້ຈັດກິດຈະກຳ “ວັນໄວ້ອາໄລແຫ່ງຊາດ”, ເພື່ອສະແດງຄວາມໄວ້ອາໄລຕໍ່ ພີ່ນ້ອງຮ່ວມຊາດທີ່ເສຍຊີວິດໃນເວລາອາເມຣິກາຮຸກຮານປານາມາເມື່ອ 34 ປີກ່ອນ.



ທ່ານນາງ ຈານາຍນາ ເທວາເນ ເມັນໂຄໂມ, ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ກ່າວໃນກິດຈະກຳດັ່ງກ່າວວ່າ: ການຮຸກຮານຂອງອາເມຣິກາ ໄດ້ສ້າງຮອຍບາດທີ່ລຶບລ້າງບໍ່ໄດ້ໃຫ້ສັງຄົມປານາມາ ແລະເປັນສ່ວນປະກອບທີ່ສຳຄັນໃນຄວາມຊົງຈຳແຫ່ງຊາດຂອງປານາມາ. ຄົນລຸ້ນໜຸ່ມຄວນຈົດຈຳປະຫວັດສາດ ແລະ ສາມັກຄີເຂົ້າກັນນຳພາປະເທດຊາດກ້າວໄປສູ່ອະນາຄົດ.


ໃນຕອນຂ້ອນແຈ້ງຂອງວັນທີ 20 ທັນວາປີ 1989, ອາເມຣິກາ ໄດ້ສົ່ງທະຫານດີເດັ່ນເຂົ້າຮຸກຮານ ປານາມາ ຢ່າງກະທັນຫັນ. ຕາມສະຖິຕິຂອງອົງການສະຫະປະຊາຊາດ, ການເຄື່ອນໄຫວທາງການທະຫານຂອງອາເມຣິກາໃນຄັ້ງນີ້ໄດ້ເຮັດໃຫ້ຊາວປານາມາມີຜູ້ເສຍຊີວິດເກືອບ 500 ຄົນ.